ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ທ່ານເລຂາທິການໃຫຍ່ເປັນປະທານກອງປະຊຸມປະຈຳການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ທ່າ​ນ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ກ່າ​ວ​ຄຳ​ທີ່​ກອງ​ປະ​ຊຸມ
(ພ​າບ: TTXVN)

(vovworld) - ​ຕອນ​ເຊົ້າ​ວັ​ນ​ທີ 18/04, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ຈັດ​ກອງ​ປະ​ຊຸມພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ. ທີ່ກອງ​ປະ​ຊຸມ, ຄະ​ນະ​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ປຶກ​ສາ​ຫາ​ລື ໃຫ້​ຄຳ​ເຫັນ​ສຳ​ລັບ: ບົດ​ລາຍ​ງານ​ລະ​ດັບ​ຄວາມ​ຄືບ​ໜ້າ, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຂັດ ແລະ ​ສະ​ເໜີ​ການແກ້​ໄຂ​ບາງຄະ​ດ​ີ​ທີ່​ຮ້າຍ​ແຮງ​ພິ​ເສດ ຂຶ້ນ​ກັບ​ການຕິດ​ຕາມ, ຊີ້ິ້​ນຳ​ຂອງຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ; ກົນ​ໄກ​ສົມ​ທົບ​ກັນ​ລະ​ຫວ່າ​ງ​ບັນ​ດາ​ອົງ​ການ​​ສືບ​ສວນ​ສອບ​ສວນ, ​ຟ້ອງ​ສານ, ພິ​ພາກ​ສາ​ລະ​ຫວ່າງ​ສ​ູນ​ກາງ ແລະ ທ້ອງ​ຖິ່ນ​ໃນ​ການ​ເຄື່ອນ​ໄຫວ​ສືບ​ສວນ​ສອບ​ສວນ, ຟ້ອງ​ສານ, ພິ​ພາກ​ສາ​ຂັ້ນ​ຕົ້ນບັນ​ດາ​ຄະ​ດ​ີ​ສໍ​້​ລາດ​ບັງ​ຫຼວງ, ​ດ້ານ​ເສດ​ຖະ​ກິດ​ຂຶ້ນ​ກັບການຕິດ​ຕາມ​ຊີ້​ນຳຂອງຄ​ະ​ນະ​ຊີ້​ນຳ​​ສ​ູນ​ກາງ​, ຄະ​ນະວຽກ​ງານ​ການ​ເມືອງ​ພາຍ​ໃນ​ຕິ​ດ​ຕາມ, ​ເລັ່ງ​ລັດ.

        ກ່າ​ວ​ຄຳ​ເຫັນ​ສະ​ຫຼຸບ​ກອງ​ປະ​ຊຸມ, ທ່າ​ນ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ອົງ​ການ​ກ່​ຽວ​ຂ້ອງ​ສຸມ​ໃສ່​ຍູ້​ໄວ​ລະ​ດັບ​ຄວາມ​ຄືບ​ໜ້າ​​ການສືບ​ສວນ​ສອບ​ສວນ, ຟ້ອງ​ສານ, ພິ​ພາກ​ສາ​ບັນ​ດາ​ຄະ​ດ​ີ​ຮ້າຍ​ແຮງ​ເປັນ​ພິ​ເສດ, ຮັບ​ປະ​ກັນ​ໃຫ້​ຖືກ​ຕາມ​ກົດ​ໝາຍ.


ຂ່າວ/ບົດ​ອື່ນ