ທ່ານເລຂາທິຫານໃຫຍ່ Nguyen Phu Trong ພົບປະເຈລະຈາກັບ ປະທານສະພາແຫ່ງຊາດກູຍບາ

ທ່ານເລຂາທິຫານໃຫຍ່ Nguyen Phu Trong ພົບປະເຈລະຈາກັບ ປະທານສະພາແຫ່ງຊາດກູຍບາ - ảnh 1
ທ່ານ​ເລຂາທິຫານ​ໃຫຍ່ ​Nguyen Phu Trong ພົບ​ປະ​​ກັບ
​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ຍບາ Ricardo Alrcon
( ພາບ: vietnamplus.vn )


( vovworld ) –   ​​ໂດຍ​ສືບ​ຕໍ່​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ການ​ຢ້ຽມຢາມ​ກູ​ຍບາ ​ຢ່າງ​ເປັນ​ທາງ​ການ, ວັນ​ທີ 11/4, ທ່ານ​ເລຂາທິຫານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ Nguyen Phu Trong ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ຍບາ Ricardo Alrcon, ​ໃຫ້ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ພັກ​ຝ່າຍ​ຊ້າຍ​ເອກະ​ພາບ​ສາທາ​ລະນະ​ລັດ Dominica ( MIU ), ​ລັດຖະມົນຕີ​ລັດຖະບານ​ແຫ່ງສາທາ​ລະນະ​ລັດ Dominica Jose Miguel Mejia.

        ທ່ານ​ເລຂາທິຫານ​ໃຫຍ່​ Nguyen Phu Trong ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກູ​ຍບາ Ricardo Alrcon ລ້ວນ​ແຕ່​ຢືນຢັນ​ຄວາມປາດ​ຖະໜາ ​ແລະ ຕັດສິນ​ໃຈ​ເຮັດ​ໃຫ້​ຄວາມ​ສາມັກຄີມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ນັບທັງສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍຢ່າງ​ເລິກ​ເຊິ່ງກວ່າ​ອີກ.

        ທີ່​ການ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ພັກ MIU, ​ລັດຖະມົນຕີ​ລັດຖະບານສາທາ​ລະນະ​ລັດ Dominica Jose Miguel Mejia, ທ່ານ​ເລຂາທິຫານ​ໃຫຍ່​ Nguyen Phu Trong ຢືນຢັນ​ຄືນ​ໃໝ່​ການ​ສະໜັບສະໜູນ, ຄວາມ​ສາມັກ​ຄີ​ຂອງ​ພັກ​ກອມ​ມູນິດ ​ແລະ ປະຊາຊົນ​ຫວຽດນາມ​ ທີ່​ມີ​ຕໍ່​ພາລະກິດ​ຕໍ່ສູ້​ອັນ​​ເປັນທຳ​ຂອງ​ພັກ MIU ​ແລະ ປະຊາຊົນ Dominicaca, ​ເຫັນ​ດີ​​ເປັນ​ເອກະ​ພາບ​ຕໍ່​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຍູ້​ແຮງ ​ແລະ ຍົກ​ສູງ​ປະສິດທິ​ຜົນ​​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ​ເນື່ອງ​​ໃນ​ໂອກາດ​ນີ້, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ມອບ​ໃຫ້​ປະຊາຊົນສາທາ​ລະນະ​ລັດ Dominica 300.000 USD ​ເພື່ອ​ກໍ່ສ້າງ​ໂຮງຮຽນ​ຢູ່​ຖະໜົນ​ໃສ່​ຊື່​ຫວຽດນາມ ຢູ່​ນະຄອນຫຼວງ Dominica.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ການ​ນຳ​ກະຊວງ​ການ​​ເງິນ, ກະຊວງ​ກໍ່ສ້າງ​ຂອງ​ສ​ອງປະ​ເທດ​ໄດ້​ລົງ​ນາມ​ໃນບົດ​ບັນ​ຖືກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ດານ​ເງິນ​ໄລຍະ 2012 – 2015 ຕາມ​ລຳດັບ ​ແລະ ​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ລົງທຶນ​ກໍ່ສ້າງ​ໂຮງ​ແຮມ 5 ດາວຢູ່ Lahabana ທີ່​ມີ​ມູນ​ຄ່າ 250 ລ້ານ USD.

ຂ່າວ/ບົດ​ອື່ນ