ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີແຂວງນາມດີ້ງ

ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີແຂວງນາມດີ້ງ - ảnh 1
ທ່ານເວືອງດີ່ງເຮ້ຮອງນາຍົກລັດຖະມົນຕີ
ຕ້ອນຮັບຄະນະຜູ້ມີຄຸນງາມຄວາມດີແຂວງນາມດີ້ງ

vovworld - ຕອນ​ບ່າຍ​ວັນ​ທີ 7/7, ກ່າວ​ຄຳ​ເຫັນທີ່ການ​​ຕ້ອນ​ຮັບຄະນະຜູ້​ມີ​ຄຸນ​ງາມ​ຄວາມ​ດີທີ່​ດີ​ເດັ່ນ ຂອງ​ແຂວງ​ນາມ​ດີ້​ງ, ທ່ານ ​ເວື​ອງດີ່ງ​ເຮ້ ຮອງ​ນາຍົກລັດຖະມົນຕີ ຕີ​ລາຄາ​ສູງ ຄວາມມານະພະ​ຍາ​ຍາ​ມ ຂອງອຳນາດ​ການ​ປົກຄອງທຸກ​ຂັ້ນ​ແຂວງ ​ນາມ​ດີ້​ງ ​ໃນ​ການປະຕິ​ບັດ​ນະ​ໂຍບາຍ “ຕອບ​ບຸນ​ແທນ​ຄຸນ​”, ສົ່ງ​ເສີມ ສຳລັບຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ທ່ານ ຮອງ​ນາຍົກລັດຖະມົນຕີ ສະ​ເໜີ ​ແຂວງ​ນາມ​ດີ້​ງ ປັບປຸງ​ລະບົບ​ການ​ເມືອງ, ພັດ​ທະນະ​ເສດ​ຖະກິດ - ສັງຄົມ, ຍົກ​ສູງລະດັບຄອງ​ຊີບ, ລາຍ​ຮັບ ຂອງ ປະຊາຊົນ, ຜ່ານ​ນັ້ນ, ຍົກ​ສູງ​ລະດັບຄອງ​ຊີບ ຂອງບັນດາຄອບຄົວມີ​ຄຸນ​ງາມ​ຄວາມ​ດີ. ທ່ານ ຮອງ​ນາຍົກລັດຖະມົນຕີ ກໍ່ປາດ​ຖະໜາວ່າ ບັນດາ​ຜູ້​ແທນ​ສືບຕໍ່​ເຂົ້າ​ຮ່ວມການ​ກໍ່​ສ້າງອຳນາດ​ການ​ປົກຄອງພື້ນຖານ, ປະກອບສ່ວນ, ເປັນທີ່​ປຶກສາ​ໃຫ້​ລັດຖະບານ, ສະພາ​ແຫ່ງ​ຊາດ.

 

 

ຂ່າວ/ບົດ​ອື່ນ