ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອານ​ເຊ​ຣີ Boubazine Abdelhamid: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ຂອງ​​ຄວາມ​ສຳ​ເລັດ

(VOVWORLD) -ໃນຂົງເຂດການລົງທຶນ, ປັດຈຸບັນມີກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (Pettrovietnam) ມີການລົງທຶນຢູ່ ອານເຊຣີ. ທ່ານ Boubazine Abdelhamid ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງການພົວພັນດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.



ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອານ​ເຊ​ຣີ Boubazine Abdelhamid: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ຂອງ​​ຄວາມ​ສຳ​ເລັດ - ảnh 1ກອງປະຊຸມສຳມະນາດການພົວພັນແລກປ່ຽນການຄ້າທາງໄກ ກ່ຽວກັບການຂຸດຄົ້ນຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນລະຫວ່າງ ສອງປະເທດ ອານເຊຣີ ແລະ ຫວຽດນາມ (ພາບ: TTXVN)

ໂດຍຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ໃນຊຸມວັນຕົ້ນລະດູບານໃໝ່ປີຂານ 2022, ທ່ານເອກອັກຄະລັດຖະທູດ ອານເຊຣີ ປະຈຳຫວຽດນາມ Boubazine Abdelhamid ໄດ້ຢັ້ງຢືນວ່າ ຍາມໃດ ການພົວພັນດ້ານການເມືອງ ລະຫວ່າງ ອານເຊຣີ ແລະ ຫວຽດນາມ ກໍ່ດີງາມ, ພ້ອມທັງສະແດງຄວາມຫວັງຢາກ ຊຸກຍູ້ການພົວພັນດ້ານເສດຖະກິດໃຫ້ສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ.

ທ່ານເອກອັກຄະລັດຖະທູດ ອານເຊຣີ Boubazine Abdelhamid ໄດ້ຕີລາຄາວ່າ ການແລກປ່ຽນທາງການຄ້າ ລະຫວ່າງ ອານເຊຣີ ແລະ ຫວຽດນາມ ຍັງຈຳກັດຢູ່, ໃນສະພາບການໂລກລະບາດໂຄວິດ - 19, ວົງເງິນການຄ້າລະຫວ່າງ ສອງປະເທດ ບັນລຸໄດ້ 231 ລ້ານ USD ໃນປີ 2021, ຫຼຸດລົງ ເມື່ອທຽບໃສ່ກັບ 360 ລ້ານ USD ຂອງປີ 2020, ໃນນັ້ນຕົ້ນຕໍ່ແມ່ນສິນຄ້າສົ່ງອອກຂອງ ຫວຽດນາມ.

ໃນຂົງເຂດການລົງທຶນ, ປັດຈຸບັນມີກຸ່ມບໍລິສັດນ້ຳມັນອາຍແກັດຫວຽດນາມ (Pettrovietnam) ມີການລົງທຶນຢູ່ ອານເຊຣີ. ທ່ານ Boubazine Abdelhamid ເນັ້ນໜັກເຖິງຄວາມຈຳເປັນຕ້ອງເປີດກວ້າງການພົວພັນດ້ານເສດຖະກິດ ແລະ ການຄ້າ ລະຫວ່າງສອງປະເທດ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ການພົວພັນດ້ານປະຫວັດສາດໄມ້ຕິຈິດມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ລະຫວ່າງ ອານເຊຣີ ແລະ ຫວຽດນາມ ໄດ້ເລີ່ມມາຈາກ ເລື່ອງ ຫວຽດນາມ ສະໜັບສະໜູນຂອງ ອານເຊຣີ ໃນການຕໍ່ຕ້ານປົດປ່ອຍຊາດ ແລະ ພາຍຫຼັງຍາດໄດ້ເອກະລາດ, ກໍ່ຄືການສະໜັບສະໜູນ ຫວຽດນາມ ຂອງ ອານເຊຣີ ໃນການຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ໃນພາລະກິດແຫ່ງການກໍ່ສ້າງປະເທດຊາດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ