ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ຫາຍ​ຮຶງ ຢັ້ງ​ຢືນ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ທີ່​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ວາ​ຕີ​ກັງ

(VOVWORLD) - ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ຢັ້ງຢືນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ວາຕີກັງ ໃນໄລຍະຈະມາເຖິງ ຈະບັນລຸໄດ້ບາດກ້າວພັດທະນາໃໝ່ທີ່ຕັ້ງໜ້າ.
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຢືອງ​ຫາຍ​ຮຶງ ຢັ້ງ​ຢືນ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ທີ່​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ວາ​ຕີ​ກັງ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Rome (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມ ວາຕີກັງ ຂອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ວັນທີ 27 ກໍລະກົດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ Rome ກ່ຽວກັບສະພາບການ ຫວຽດນາມ - ສຳນັກ ວາຕີກັງ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືສອງຝ່າຍ ໃນໄລຍະຈະມາເຖິງ.

ຕາມທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ແລ້ວ, ໃນການພົບປະຂອງ ສັນຕະປາປາ, ນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ວາຕີກັງ ກັບ ຫວຽດນາມ, ວາຕີກັງ ລ້ວນແຕ່ຕີລາຄາສູງການພົວພັນສອງຝ່າຍ ທີ່ພວມມີການພັດທະນາຢ່າງຕັ້ງໜ້າ, ພ້ອມທັງສະແດງໃຫ້ເຫັນການສະໜັບສະໜູນ ແລະ ຄວາມຫວັງຢາກຊຸກຍູ້ການພົວພັນກັບ ຫວຽດນາມ ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮຶງ ຢັ້ງຢືນວ່າການພົວພັນລະຫວ່າງ ຫວຽດນາມ ແລະ ວາຕີກັງ ໃນໄລຍະຈະມາເຖິງ ຈະບັນລຸໄດ້ບາດກ້າວພັດທະນາໃໝ່ທີ່ຕັ້ງໜ້າ.

ກ່ຽວກັບຄວາມສາມາດໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ວາຕີກັງ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ສອງຝ່າຍພວມຕັ້ງໜ້າກະກຽມເພື່ອອາດຈະຍົກລະດັບການພົວພັນຂຶ້ນເປັນຜູ້ຕາງໜ້າຂອງສຳນັກ ວາຕີກັງ ປະຈຳ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ