ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈຸງ ແບ່ງປັນຄວາມຫວັງມີສັນຕິພາບຂອງມວນມະນຸດ

ທ່ານເອກອັກຄະລັດຖະທູດ ເລຮ່ວາຍຈຸງ ແບ່ງປັນຄວາມຫວັງມີສັນຕິພາບຂອງມວນມະນຸດ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍຈຸ​ງ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສ.ປ.ຊ  

(vovworld)- ​ເນື່ອງ​ໃນ​ໂອກາດ​ລະນຶກ 100 ປີ​ແຫ່ງ​ວັນ​ເກີດ​ສົງຄາມ​ໂລກ​ຄັ້ງ​ທີ 1 (1914-2014) , ວັນ​ທີ 29/1, ຢູ່​ສຳນັກ​ງານ ສ.ປ.ຊ ທີ່​ນິວຢອກ​ແຫ່ງ​ອາ​ເມ​ລິ​ກາ, ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ ​ໄດ້​ດຳ​ເນີນ​ການ​ປຶກສາ​ຫາລືດ້ວຍ​ຫົວ​ເລື່ອງ “ ສົງຄາມ, ບົດຮຽນ, ຈາກ​ສົງຄາມ ​ແລະ ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ສັນຕິພາບ​ແບບ​ຍືນ​ຍົງ” ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ຈ​ໍແດນ ປະຈຸ​ບັນ​ແມ່ນ​ປະທານ​ໝູນວຽນ ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ​ໃນ​ເດືອນ​ມັງກອນ. ກ່າວ​ຄຳ​ເຫັນ​ທີ່​ການ​ປຶກສາ​ຫາລື, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍຈຸ​ງ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສ.ປ.ຊ ​ເນັ້ນ​ໜັກ​ວ່າ ​ເພື່ອ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ​ແລະ ຜືນ​​ແຜ່ນດິນ​ອັນ​ຄົບ​ຖ້ວນ​ນັ້ນ, ຫວຽດນາມ​ເຄີຍ​ໄດ້​ຜ່ານ​ຜ່າ ​ແລະ ຮັບ​ຜົນ​ຮ້າຍ​ຢ່າງ​ໜັກໜ່ວງ​ຈາກ​ສົງຄາມ, ດັ່ງ​ນັ້ນ ຍາມ​ໃດ​ກໍ​ແບ່ງປັນ​ຄວາມ​ຫວັງລວມຂອງ​ມວນ​ມະນຸດ​ເພື່ອ​ສັນຕິພາບ ​ແລະ ການພັດທະນາ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍຈຸ​ງ ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ​ປະຈຳ ສ.ປ.ຊ ​ແລ້ວ, ປະຈຸ​ບັນ ​ໃນ​ໂລກ​ຍັງ​ເກີດ​ມີ​ສົງຄາມ, ການ​ປະ​ທະ​ກັນ​ຢູ່​ຫຼາຍ​ແຫ່ງ, ອັນ​ໄດ້​ກໍ່​ຄວສາມ​ສູນ​ເສຍ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່ມ​ວນມະນຸດ. ປະຊາ​ຄົມ​ໂ​ລກ, ​ໃນ​ນັ້ນ​ມີ ສ.ປ.ຊ ຄວນ​ເພີ່ມ​ທະວີ​ບົດບາດ​ຂອງ​ກົດໝາຍ​ສາກົນ, ບັນດາ​ກົນ​ໄກ ​ແລະ ບັນດາ​ອົງການ​ພາກ​ພື້ນ, ສາກົນ ​ແນ​ໃສ່ເພີ່ມ​ທະວີການ​ສົນທະນາ​ຫາລື, ສ້າງ​ຄວາມ​ເຊື່ອ​ໝັ້ນ, ກ່າວ​ປະນາມ​ການ​ນຳ​ໃຊ້​ກຳລັງ​ອາວຸດ, ຊຸກຍູ້​ບັນຫາ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ໂດຍສັນຕິວິທີ.

ຂ່າວ/ບົດ​ອື່ນ