ທ່ານເອກອັກຄະລັດຖະທູດຟ້າມກວາງວິງຢ້ຽມຢາມວິທະຍາຄານກອງທັບອາກາດອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ແລະການນຳວິທະຍາຄານ ໄດ້ຕີລາຄາສູງຕໍ່ການພັດທະນາໃນຫຼາຍດ້ານຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ

ທ່ານເອກອັກຄະລັດຖະທູດຟ້າມກວາງວິງຢ້ຽມຢາມວິທະຍາຄານກອງທັບອາກາດອາເມລິກາ - ảnh 1 ການພົບປະລະຫວ່າງທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ກັບທ່ານຮອງຜູ້ອຳນວຍການ ວິທະຍາຄານກອງທັບອາກາດອາເມລິກາ David Harris

ໃນອາທິດຜ່ານມາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳອາເມລິກາ ຟ້າມກວາງວິງ  ໄດ້ມີການຢ້ຽມຢາມວິທະຍາຄານກອງທັບອາກາດອາເມລິກາ ຢູ່ Colorado Springs, ລັດ Colorado ຢ່າງເປັນທາງການ. ໃນການຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ  ໄດ້ພົບປະກັບທ່ານຮອງຜູ້ອຳນວຍການ ວິທະຍາຄານກອງທັບອາກາດອາເມລິກາ David Harris, ແລກປ່ຽນກັບການນຳບັນດາພະແນກ, ຄູອາຈານ ແລະ ນັກສຶກສາທີ່ພວມຮ່ຳຮຽນຢູ່ວິທະຍາຄານ. ທີ່ບັນດາການພົບປະ, ທ່ານເອກອັກຄະລັດຖະທູດ ແລະການນຳວິທະຍາຄານ ໄດ້ຕີລາຄາສູງຕໍ່ການພັດທະນາໃນຫຼາຍດ້ານຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ, ໃນນັ້ນ ມີການຮ່ວມມືກ່ຽວກັບດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືໃນບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ພິເສດແມ່ນ ດ້ວຍບັນດາການຢ້ຽມຢາມ ອາເມລິກາ ຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ( ເດືອນ ພຶດສະພາ 2017) ແລະ ທ່ານປະທານາທິບໍດີ Donal Trump ມາຫວຽດນາມ ( ເດືອນ ພະຈິກ 2017) ກໍຄື ຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດຂອງສອງປະເທດໃນໄລຍະຜ່ານມາ.

        ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ  ກໍແບ່ງປັນກ່ຽວກັບບັນດາບາດກ້າວທີ່ສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາຫວ່າງມໍ່ໆມານີ້ ແລະ ກ່ຽວກັບຜົນງານໃນການພັດທະນາການປ່ຽນແປງໃໝ່ຂອງຫວຽດນາມ ແລະ ປາດຖະໜາວ່າ ສອງປະເທດຈະສືບຕໍ່ຊຸກຍູ້ທ່າຮ່ວມມືຂອງການພົວພັນຄູ່ຮ່ວມມືຮອບດ້ານ, ໃນນັ້ນມີການຮ່ວມມືກ່ຽວກັບດ້ານການບຳລຸງສ້າງ, ຍົກສູງກຳລັງຄວາມສາມາດ, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ພ້ອມທັງໃຫ້ຄຳຕອບ, ແບ່ງປັນທັດສະນະຂອງຫວຽດນາມກ່ຽວກັບບາງບັນຫາສາກົນ ແລະ ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ