ທ່ານເອກອັກຄະລັດຖະທູດຫວຽດນາມຕອບສຳພາດຕໍ່ນັກຂ່າວອີຣານ

ທ່ານເອກອັກຄະລັດຖະທູດຫວຽດນາມຕອບສຳພາດຕໍ່ນັກຂ່າວອີຣານ - ảnh 1
ທ່ານ ຫງວຽນ​ຮົ່ງ​ແທກ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຣານ
ພາບ:internet

(vovworld)- ທ່ານ​ປະ​ທານ​ປະ​ເທດ​ເຈື​ອງ​ເຕີນ​ຊາງ​ຈະ​ເດີນ​ທາງ​ເຖິງນະ​ຄອນ​ຫລວງ ເຕ​ເຮ​ຣານ ໃນ​ວັນ​ທີ 13/3, ເລີ່ມ​ຕົ້ນ​ການຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ ອີ​ຣານ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ຫງວຽນ​ຮົ່ງ​ແທກ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຣານ ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ Tehran Times ຂອງ​ອີ​ຣານ ກ່ຽວ​ກັບ​ແງ່​ຫວັງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຣານ. ທ່ານ ຫງວຽນ​ຮົ່ງ​ແທກ ຊີ້​ແຈ້ງວ່າ: ຂໍ້​ຕົກ​ລົງ​ນິວ​ເຄຼຍ ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ໃຫຍ່​ສຳ​ລັບ​ຂະ​ແຫນງ​ການ​ທູດ​ອີ​ຣານ. ຂໍ້​ຕົກ​ລົງ​ນີ້​ຈະ​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຣານ. ຫວຽດ​ນາມ ແລະ ອີ​ຣານ ຄວນ​ຊຸກ​ຍູ້​ການ​ແລກ​ປ່ຽນ​ດ້ານ​ການ​ຄ້າ ແລະ ການ​ຮ່ວມ​ມື​ທ່ອງ​ທ່ຽວ. ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ອີ​ຣານ ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈີງ​ເຕີນ​ຊາງ ຄັ້ງ​ນີ້, ສອງ​ຝ່າຍ​ຈະ​ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮ່ວມ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ລະ​ຫວ່າງ ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ Ghadir  ຂອງ​ອີ​ຣານ ແລະ ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ Petrovietnam. ນອກນັ້ນ ສອງ​ປະ​ເທດ ຈະ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ແລະ ທະ​ນາ​ຄານ​ສູນ​ກາງ ອີ​ຣ​ານ.

ຂ່າວ/ບົດ​ອື່ນ