ທ່ານໂດ໊ບ໋າຕີຮອງປະທານສະພາແຫ່ງຊາດລົງຕິດຕາມ,ກວດກາວຽກງານການເລືອກຕັ້ງເມືອງເຈື່ອງຊາ

ທ່ານໂດ໊ບ໋າຕີຮອງປະທານສະພາແຫ່ງຊາດລົງຕິດຕາມ,ກວດກາວຽກງານການເລືອກຕັ້ງເມືອງເຈື່ອງຊາ - ảnh 1
(ທ່ານ ​ໂດ໊ບ໋າ​ຕີ ​ລົງ​ກວດ​ກາວຽກ​ງານ​ການ​ເລືອກ​ຕັ້ງ​
​ໃນບໍ​ລິ​ເວນ​​ເມືອງເຈື່ອງ​ຊາ ແລະ ກອງ​ທັບ​ເຮືອເຂດ 4)

(vovworld)-​ໃນ​ຕອນ​ເຊົ້າ​ວັນ​ທີ 12/5, ຄະ​ນະ​ປະ​ຕິ​ບັດ​ງານ​ ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ໂດຍ​ ທ່ານ ​ໂດ໊ບ໋າ​ຕີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເປັນ​ຫົວ​ໜ້າ​ຄະ​ນະ ໄດ້​ລົງ​ກວດ​ກາວຽກ​ງານ​ການ​ເລືອກ​ຕັ້ງ​ ​ໃນບໍ​ລິ​ເວນ​​ເມືອງເຈື່ອງ​ຊາ ແລະ ກອງ​ທັບ​ເຮືອເຂດ 4.

        ມາ​ຮອດປະຈຸບັນ, ວຽກ​ງານ​​ກະ​ກຽມ​ເລືອກ​ຕັ້ງ ຢູ່ ເມືອງເຈື່ອງ​ຊາ ແລະ ກອງ​ທັບ​ເຮືອເຂດ 4 ໄດ້​ສຳ​ເລັດ​ໂດຍ​ພື້ນ​ຖານແລ້ວ. ບັ​ນ​ດາ​ຫີບ​ປ່ອນ​ບັດ, ບັດ​ເລືອກ​ຕັ້ງ, ລາຍ​ຊື່​ຜູ້​ມີ​ສິດ​ ເລ​ືອກ​ຕັ້ງ… ໄດ້​ເຖິງ​​ສົ່ງ​ເຖິງ​ເກາະຕ່າງໆ​ຢ່າງ​ປອດ​ໄພ. ຕາມ​ແຜນ​ການ​ວັນ​ທີ 15/5, ບັນ​ດາ​ກຸ່ມ​​ເຂດເກາະ​ຈະ​ຈັດ​ການ​ເລືອ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ. ກ່າວ​ຄວາມ​ເຫັນ​ທີ່​ການ​ເຮັດ​ວຽ​ກ, ທ່ານ ​ໂດ໊ບ໋າ​ຕີ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຮຽກ​ຮ້ອງ​ຫົວ​ໜ່ວຍເລືອກ​ຕັ້ງ ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​​ເລືອກ​ຕັ້ງໃຫ້​ດີ​; ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ ໃນ​ວຽກ​ງານ​ເລືອກ​ຕັ້ງ​ຢ່າງ​ທັນ​ການ, ເປັນ​ຕົ້​ນ​ແມ່ນ​ບັນ​ດາ​ຈຸດ​ເລືອກ​ຕັ້ງ ຢູ່​ເມືອງ​ເຈື່ອງ​ຊາ; ​ການໂຄ​ສະ​ນາ​​​ຂົນ​ຂວາຍ ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄປ​ປ່ອນ​ບັດເລືອກ​ຕັ້ງ​ຢ່າງ​ຄົບ​ຖ້ວນ, ຖືກ​ຕາມ​​ຂໍ​ກຳ​ນົດ; ຮັ​ກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະ​ບ​ຽບ​ຮຽບ​ຮ້ອຍ​​ທາງ​ສັງ​ຄົມ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຢ່າງເດັດ​ຂາດ​ກ່ອນ ແລະ ຫຼັງ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ