ທ່ານໂດ໋ບາຕິໃຫ້ການຕ້ອນຮັບເສນາ ທິການໃຫ່ຍກຳລັງປ້ອງກັນ ອາກາດຍີ່ປຸ່ນ

ທ່ານໂດ໋ບາຕິໃຫ້ການຕ້ອນຮັບເສນາ ທິການໃຫ່ຍກຳລັງປ້ອງກັນ ອາກາດຍີ່ປຸ່ນ - ảnh 1

(ພາບ: m.phununet.com)

(vovworld)- ຕອນ​ບ່າຍວັນ​ທີ 13/5, ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ​ໂດ໋ບາ​ຕິ, ​ເສ​ນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽ​ດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ພົນ​ເອກ Hruhico Kataoka ​ເສນາ​ທິການ​ໃຫ່ຍກຳລັງ​ປ້ອງ​ກັນ​ຕົວ​ທາງ​ອາກາດ​ຍີ່ປຸ່ນ ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ນະ​ທີ່​ນີ້, ທ່ານ​ພົນ​ໂທໂດ໋ບາ​ຕິ ​ເນັ້ນໜັກ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ, ການ​ຮ່ວມ​ມືດ້ານປ້ອງ​ກັນຊາ​ດລະຫວ່າງ​ສອງ​ປະ​ເທດ​ມີ​ບາ​ດກ້າວ​ທີ່​ສຳຄັນ​ໃນ​ບັນດາ​ຂົງ​ເຂດ​ກອງທັບ​ອາກາດ, ກອງທັບ​ເຮືອ, ບຳລຸງ​ສ້າງ​ພະນັກງານ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ​ແລະ ບາງ​ຂົງ​ເຂດ​ອື່ນໆ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບລະຫວ່າງ​ສອງ​ປະ​ເທດຫວຽ​ດນາມ ​ແລະ ຍີ່ປຸ່ນ ​ໃຫ້​ສືບ​ຕໍ່​ພັດທະນາ. ສ່ວນທ່ານ​ພົນ​ເອກ Hruhico Kataoka ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ມາ​ຮ່ຳຮຽນ​ເອົາ​ບົດຮຽນ​ຊື່​ງກັນ ​ແລະ ກັນ; ​ເປີດ​ກ້ວາງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ.

 

 

 

 

ຂ່າວ/ບົດ​ອື່ນ