ທ່ານໂຕເລິມລັດຖະມົນຕີກະຊວງຕຳຫຼວດຢ້ຽມຢາມແລະເຮັດວຽກຢູ່ມາເລເຊຍ

ທ່ານໂຕເລິມລັດຖະມົນຕີກະຊວງຕຳຫຼວດຢ້ຽມຢາມແລະເຮັດວຽກຢູ່ມາເລເຊຍ - ảnh 1
ທ່ານ ພົນ​ເອກ ໂຕ​ເລິມ ແລະ
ທ່ານ Ahmad Zahid Hamidi
(ພາບ: ຫວຽດນາມ+)

(vovworld) –​ ໂດຍຕອບ​ສະ​ໜອງ​ຄຳ​ເຊີນ ຂອງ​ທ່ານ Ahmad Zahid Hamidi, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ມາ​ເລ​ເຊຍ, ທ່ານ ພົນ​ເອກ ໂຕ​ເລິມ, ລັດ​ຖະ ມົນ​ຕີ​ກະ​ຊວງ​ຕຳຫຼວດ​ຫວຽ​ດ​ນາມ ​ໄດ້ນຳ​ໜ້າ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ຕຳຫຼວດ ​ຫວຽ​ດ​ນາມ ເດີນ​ທາງ​ໄປ ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ. ໃນ​ວັນ​ທີ 7/6, ຢູ່​ນະ​ຄອນຫຼວງ Kuala Lumpur. ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ຕຳຫຼວດ​ ຫວຽ​ດ​ນາມ ​ໄດ້ພົບ​ປະ​ເຈ​ລະ​ຈາ ກັບ​ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງພາຍ​ໃນ ​ມາ​ເລ​ເຊຍ. ທ່ານ Ahmad Zahid Hamidi, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ມາ​ເລ​ເຊຍ ​ໄດ້ຕີ​ລາ​ຄາ​ສູງ​ການ​ຢ້ຽມ​ຢາມ​ ຢ່າງ​ເປັນ​ທາງ​ການ ຂອງ ທ່ານ ລັດ​ຖະ​ມົນ​ຕີ ໂຕ​ເລິມ​ ​ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ຕຳຫຼວດ ​ຫວຽ​ດ​ນາມ. ທ່ານ ລັດ​ຖະ​ມົນ​ຕີ ໂຕ​ເລິມ ເນັ້ນ​ໜັກ​ວ່າ:  ໃນ​ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ ແລະ ມີ​ບາດ​ກ້າວ​ພັດ​ທະ​ນາ​ ຢ່າງ​ຕັ້ງ​ໜ້າ ໃນ​ທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ ທີ່ສອງ​ລັດ​ຖະ​ບານ ​ອອກ​ຖະ​ແຫຼງ​ການ​ຮ່ວມ ກ່ຽວ​ກັບ​ຂອບ​ເຂດ ​ການ​ພົວ​ພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ, ສ້າງ​ກຳ​ລັງ​ໜູນ​ໃໝ່ ຊຸ​ກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ໃນ​ທຸກ​ດ້ານ ລະ​ຫວ່າງ ສອງ​ປະ​ເທດ, ໃນ​ນັ້ນ​ການ​ຮ່ວມ​ມື​ ​ທາງ​ດ້ານ​ການ​ເມືອງ, ​ການ​ປ້ອງ​ກັນຄວາມ​ສະ​ຫງົບ​ ​ແມ່ນ​ມີ​ບົດ​ບາດ​ເປັນເສົາ​ຄ້ຳ.

        ເນື່ອງ​ໃນ​ໂອ​ກາດ​ ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ມາ​ເລ​ເຊຍ, ​ທ່ານ ລັດ​ຖະ​ມົນ​ຕີ ໂຕ​ເລິມ ໄດ້​ໄປ​ຢ້ຽມ​ຢາມ ສະ​ຖານ​ທູດ ​ຫວຽດ​ນາມ ປະ​ຈຳ ມາ​ເລ​ເຊຍ.

ຂ່າວ/ບົດ​ອື່ນ