ທ່ານໝໍຫວຽດນາມ ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄວາມເກັ່ງກ້າສາມາດ, ເພື່ອສຸຂະພາບວົງຄະນະຍາດ

ທ່ານໝໍຫວຽດນາມ ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ຄວາມເກັ່ງກ້າສາມາດ, ເພື່ອສຸຂະພາບວົງຄະນະຍາດ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວາ​ນ ເຂົ້າຮ່ວມ
ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມ
(ພາບ: dantri.com.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 04/01, ຢູ່​ຫວຽດນາມ ສູນ​ກາງ​ສະມາຄົມ​ທ່າ​ນໝໍ​ໜຸ່ມ​ຫວຽດນາມ ​ໄດ້ຈັດກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມ ຄັ້ງ​ທີ 2 (ອາຍຸ​ການ 2012 - 2015). ​ໂດຍປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ອາຍຸ​ການ​ຜ່ານ​ມາ, ສະມາຄົມທ່າ​ນໝໍ​ໜຸ່ມ​ຫວຽດນາມ ​ໄດ້​ຍູ້​ແຮງ​ບັນດາ​ບັ້ນ​ຂົນຂວາຍ: “ທ່າ​ນໝໍ​ໜຸ່ມ​ຮໍ່າຮຽນ, ຝືກຝົນຫຼໍ່​ຫຼອມ​ຄຸນສົມບັດ, ຍົກ​ສູງຄຸນ​ສົມ​ບັດ”, “ທ່ານໝໍ​ໜຸ່ມ​ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ” ​ແລະ “ທ່ານໝໍ​ໜຸ່ມເພື່ອ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ”... ອັນ​ໄດ້ປະ​ກອບສ່ວນ​​ແບ່ງປັນ​ຄວາມ​ຫຍຸ້ງຍາ​ກ, ປິ່ນປົວ ​ແລະ ​ເຮັດ​ໃຫ້​ສຸຂະພາບ​ຂອງ​ປະຊາຊົນ​ແຂງ​ແຮງ​ຂຶ້ນກວ່າ​ເກົ່າ ໂດຍ​ສະ​ເພາະ​ແມ່ນ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ຊອກ​ຫຼີກ. ດ້ວຍ​ຄຳ​ຂວັນທີ່​ວ່າ : “ທ່ານໝໍ​ຫວຽດນາມ ຝຶກ​ຝົນຫຼໍ່​ຫຼອມ​ຄຸນສົມບັດ, ຄວາມ​ເກັ່ງ​ກ້າ​ສາມາດ, ​ເພື່ອ​ສຸຂະພາບ​ຂອງ​ວົງ​ຄະນະ​ຍາດ”, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະມາຄົມ​ທ່ານໝໍໜຸ່ມ​ຫວຽດນາມ ຄັ້ງ​ທີ 2 ສື​ບຕໍ່​ປຸກລະດົມ ​ແລະ ຜັນ​ຂະຫຍາຍ​ບັນດາ​ບັ້ນ​ຂົນຂວາຍ​ທ່ານໝໍ​ອາສາ​ສະໝັກ​ເພື່ອ​ວົງ​ຄະນະ​ຍາດ; ຍູ້​ແຮງ​ວຽກ​ງານ​​ໂຄສະນາ, ​ເປີດ​ກວ້າງ​ບັນດາ​ຮູບ​ແບບ​​ເຕົ້າ​ໂຮມ, ຂົນຂວາຍ​ຂະຫຍາຍສະມາຊິກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວາ​ນ ​ເນັ້ນ​ໜັກ​ວ່າ.

        “ສະມາຄົມ​ໄດ້​ວາງ​ອອກ​ທິດ​ທາງ​ເຄື່ອນ​ໄຫວ​ຊັດ​ເຈັນ​ດ້ວຍ 3 ບັ້ນ​ຂົນຂວາຍ​ທີ່​ຖືກຕ້ອງ. ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ມີ​ປະສິດທິ​ຜົນ​ຫຼາຍ​ຢ່າງ ​ ສາມາດຕອບ​ສະໜອງ​ໄດ້​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ. ຜ່ານ​ການ​ເຄື່ອນ​ໄຫວ​ ​ແລະ ສະພາບ​ຕົວ​ຈິງ ບັນດາ​ທ່ານໝໍ​ໜຸ່ມ​ໄດ້​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ເມດຕາ​ຈິດຈາກ​ຫົວ​ໃຈ​ຂອງ​ຕົນ. ນີ້​ປຽບ​ເໝືອນໂຮງຮຽນ​​ເພື່ອຝືກຝົນ​ຫຼໍ່​ຫຼອມ​ວິຊາ​ຊີບໃຫ້​ແກ່​ບັນດາ​ທ່ານໝໍ​ໜຸ່ມ”.

        ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ​ໄດ້ສະ​ເໜີ​ວ່າ, ​ໃນ​ອາຍຸ​ການ​ໃໝ່, ສະມາຄົມ​ທ່ານໝໍ​ໜຸ່ມ​ຫວຽດນາມ ຕ້ອງ​ຍູ້​ແຮງ​ບັນດາການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ເພື່ອ​ວົງ​ຄະນະ​ຍາດຫຼາຍ​ກວ່າ​ອີກ, ຊ່ວຍ​ເຫຼືອ​ປະຊາຊົນ​ຜູ້​ທຸກ​ຍາກ, ປະຊາຊົນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ໄດ້​ຊົມ​ໃຊ້​ບັນດາ​ການບໍລິການປິ່ນປົວ ​ແລະ ​ເຮັດ​ໃຫ້​ສຸຂະພາບ​ຂອງ​ປະຊາຊົນ​ແຂງ​ແຮງຂຶ້ນ​ກວ່າ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ