ທາບທາມຄວາມເຫັນກ່ຽວກັບການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ

ທາບທາມຄວາມເຫັນກ່ຽວກັບການເຄື່ອນໄຫວໂອນສິດການຄ້າຢູ່ຫວຽດນາມ - ảnh 1
(ທີ່​ກອງ​ປະຊຸມ​ສຳ​ມະ​ນາ)

​​(vovworld) - ຫວຽດນາມ ຕ້ອງ​ປັບປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ນິຕິ​ກຳ​ກ່ຽວ​ກັບ​ການ​ເຄື່ອນ​ໄຫ​ວ​​ໂອນ​ສິດ​ການ​ຄ້າ​ຢູ່​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ​ໂດຍ​ໄວ. ນີ້​ແມ່ນ​ຄຳ​ເຫັນ​ຂອງ​ບັນດາ​ຜູ້​ແທນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ທາ​ບທາມ​ຄວາມ​ເຫັນ ​ແລະ ການ​ເຈ​ລະ​ນາ​ກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຂໍ​້ກຳນົດ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ໂອນ​ສິດ​ການ​ຄ້າ​ຢູ່​ຫວຽດນາມ”, ​ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 04/08, ຢູ່​ຮ່າ​ໂນ້ຍ. ບັນດາ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ​ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່າອ່ຽງໂອນ​ສິດ​ການ​ຄ້າ​ຈະ​ນັບ​ມື້​ນັບ​ເພີ່ມ​ສູງ, ສະ​ນັ້ນ, ​ຄວາມຮຽກຮ້ອງ​​​ສຳລັບ​ຫວຽດນາມ ​ແມ່ນ​ຕ້ອງ​ປັບ​ປຸງບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໂອນ​ສິດ​ການ​ຄ້າ​ໃຫ້​ສອດ​ຄ່ອງ ​ເພື່ອ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ດຳ​ເນີນ​ທຸ​ລະກ​ິດ, ປົກ​ປັກ​ຮັກສາ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບັນດາ​ຝ່າຍ​ທີ່​ເຂົ້າ​ຮ່ວມ. ທ່ານ ຟ້າ​ມງວຽນ​ມິ​ງ, ນັກ​ຊ່ຽວຊານ​ໂຄງການ​ໜູນ​ຊ່ວຍ​ນະ​ໂຍບາຍ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ​ເອີ​ລົບ, ຖື​ວ່າ.

        “​ເພື່ອ​ຊຸກຍູ້​ການ​ເຄື່ອນ​ໄຫວ​ໂອນສິດ​ການ​ຄ້າ​ຢູ່​ຫວຽດນາມ ຈຳ​ເປັນ​ຕ້ອງປັບປຸງ​ລະບອບ​ນະ​ໂຍບາຍ​ໃຫ້​ສອດ​ຄ່ອງ. ຕ້ອງ​ກຳນົດ​​​ໃຫ້ລະບົບ​ເຄື່ອງ​ໝາຍ​ການ​ຄ້າ, ຜະລິດ​ຕະພັນ, ຮູບ​ແບບ, ລະ​ບົບຂັ້ນຕອນ​ທີ່ຄາດວ່າ ຈະ​ມອບ​ສົ່ງ​ໃຫ​້ບັນດາ​ນັກ​ຮັບ​ສິດການ​ຄ້າ. ​ເພີ່ມ​ທະວີ​ວຽກ​ງານ​ບຳລຸງ​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະ​ນຸດ ທີ່​ເຂົ້າຮ່ວມ​ການ​​ເຄື່ອນ​ໄຫວໂອນສິດ​ການ​ຄ້າ ​ໃນ​ໄລ​ຍຈະ​ມາ​ເຖິງ”.

ຂ່າວ/ບົດ​ອື່ນ