ທາບທ່າມດ້ານການເມືອງຄັ້ງທີ 1 ລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ສີລັງກາ.
ທ່ານປະທານປະເທດ ຫວຽດນາມ ແລະ ທ່ານປະທານາທິບໍດີ ສິລັງກາ Mahinda Rajapaksa.
ພາບປະກອບ:internet
|
(vovworld) - ໂດຍປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງສອງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ສີລັງກາ ໄດ້ດຳເນີນການທາບທ່າມດ້ານການເມືອງຄັ້ງທີ 1 ຢູ່ ນະຄອນ Colombo ປະເທດ ສີລັງກາ ໃນວັນທີ 24 - 25/5/2012. ສອງຝ່າຍໄດ້ສຳຫລວດກວດຄືນ ແລະ ແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ ວັດທະນະທຳ, ວິທະຍາສາດເຕັກນິກ ແລະ ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງແຕ່ລະປະເທດ, ແລກປ່ຽນທັດສະນະກ່ຽວກັບບັນຫາສາກົນ ແລະ ພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍກະກຽມເນື້ອໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານລັດຖະມົນຕີການຕ່າງປະເທດ ສີລັງກາໃນໄລຍະຈະມາເຖິງ ແລະ ກອງປະຊຸມຄັ້ງທີ 3 ຄະນະກຳມະການປະສົມ ຫວຽດນາມ - ສີລັງກາ ຄາດວ່າຈັດຂຶ້ນຢູ່ ຮ່າໂນ້ຍໃນວັນທີ 16- 17/7/2012.