ທຳ​ນຽບ​ຂາວ ປະ​ກາດ​ເນື້ອ​ໃນ​ກອງ​ປະ​ຊຸມ​ສຸ​ດແບບ​ທາງ​ໄກ ອາ​ເມ​ລິ​ກາ - ຈີນ

(VOVWORLD) -ອາເມລິກາ ຈະສືບຕໍ່ຕໍ່ສູ້ເພື່ອຜົນປະໂຫຍດ ແລະ ຄຸນຄ່າຂອງຕົນ ແລະ ພ້ອມກັບຄູ່ຮ່ວມມື ແລະ ປະເທດພັນທະມິດຮັບປະກັນຂໍ້ກຳນົດຂອງສະຕະວັດທີ 21 ຊຸກຍູ້ລະບົບສາກົນທີ່ມີຍຸຕິທຳ, ເປີດ ແລະ ເສລີ; ອາເມລິກາ ໃຫ້ບຸລິມະສິດການລົງທຶນຍາວນານຢູ່ພາຍໃນປະເທດ ໃນຂະນະທີ່ພ້ອມກັບຄູ່ຮ່ວມມື ແລະ ປະເທດພັນທະມິດ ຮັບມືກັບສິ່ງທ້າທາຍຂອງຍຸກສະໄໝ.

        ຕອນເຊົ້າວັນທີ 16 ພະຈິກ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜີງ  ໄດ້ປະຊຸມແບບທາງໄກໃນເວລາເກືອບ 3 ຊົ່ວໂມງເຄິ່ງ. ຕາມແຫຼ່ງຂ່າວຈາກ ທຳນຽບຂາວ, ທ່ານປະທານາທິບໍດີ  Joe Biden ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜີງ ໄດ້ປຶກສາຫາລືກ່ຽວກັບຄວາມສັບສົນຂອງການພົວພັນລະຫວ່າງສອງປະເທດ ແລະ ຄວາມສຳຄັນຂອງການຄຸ້ມຄອງການແກ້ງແຍ້ງຢ່າງມີຄວາມຮັບຜິດຊອບ. ທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ຕໍ່ສູ້ເພື່ອຜົນປະໂຫຍດ ແລະ ຄຸນຄ່າຂອງຕົນ ແລະ ພ້ອມກັບຄູ່ຮ່ວມມື ແລະ ປະເທດພັນທະມິດຮັບປະກັນຂໍ້ກຳນົດຂອງສະຕະວັດທີ 21 ຊຸກຍູ້ລະບົບສາກົນທີ່ມີຍຸຕິທຳ, ເປີດ ແລະ ເສລີ; ອາເມລິກາ ໃຫ້ບຸລິມະສິດການລົງທຶນຍາວນານຢູ່ພາຍໃນປະເທດ ໃນຂະນະທີ່ພ້ອມກັບຄູ່ຮ່ວມມື ແລະ ປະເທດພັນທະມິດ ຮັບມືກັບສິ່ງທ້າທາຍຂອງຍຸກສະໄໝ.

        ທ່ານປະທານາທິບໍດີ Joe Biden ກໍສະແດງຄວາມວິຕົກກັງວົນຕໍ່ການເຄື່ອນໄຫວຂອງ ຈີນ ຢູ່ ຊິນຈຽງ, ທິເບດ ແລະ ຮົ່ງກົງ ກໍຄື ບັນຫາສິດທິມະນຸດ. ທ່ານປະທານາທິບໍດີ Joe Biden ກໍເນັ້ນໜັກເຖິງຄວາມຈຳເປັນຂອງການປົກປ້ອງຜູ້ອອກແຮງງານ ແລະ ຂະແໜງອຸດສາຫະກຳ ອາເມລິກາ ຕໍ່ໜ້າການເຄື່ອນໄຫວເສດຖະກິດ ແລະ ການຄ້າທີ່ບໍ່ຍຸຕິທຳຂອງ ຈີນ, ຄວາມສຳຄັນຂອງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ ແລະ ມີຄວາມເສລີໃນການເດີນເຮືອ, ການບິນ ສຳລັບຄວາມວັດທະນາຖາວອນຂອງພາກພື້ນ. ສຳລັບບັນຫາ ໄຕເປ - ຈີນ, ທ່ານທ່ານປະທານາທິບໍດີ Joe Biden ເນັ້ນໜັກວ່າ ອາເມລິກາ ຈະສືບຕໍ່ໃຫ້ຄຳໝັ້ນສັນຍາຕໍ່ນະໂຍບາຍ “ຈີນ ໜຶ່ງດຽວ”, ພ້ອມທັງໃຫ້ຮູ້ວ່າ ອາເມລິກາ ຄັດຄ້ານຢ່າງແຮງຕໍ່ຄວາມມານະພະຍາຍາມປ່ຽນແປງສະພາບການປັດຈຸບັນຕາມລຳພັງຝ່າຍດຽວ ຫຼື ກີດຂວາງສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລນີ້.

        ການນຳສອງປະເທດກໍໄດ້ປຶກສາຫາລືກ່ຽວກັບວິທີການຕ່າງໆເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນໃນບາງຂົງເຂດ, ໃນນັ້ນ ທ່ານປະທານາທິບໍດີ Joe Biden ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາການເຈລະຈາຢ່າງແທດຈິງ ແລະ ລະອຽດ.

 ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ