ທຳນຽບຂາວເລີ່ມບັ້ນຂົນຂວາຍສະພາແຫ່ງຊາດສະໜັບສະໜູນຂໍ້ຕົກລົງກັບອີຣານ

ທຳນຽບຂາວເລີ່ມບັ້ນຂົນຂວາຍສະພາແຫ່ງຊາດສະໜັບສະໜູນຂໍ້ຕົກລົງກັບອີຣານ - ảnh 1
​(ທ່ານ​ປະທານາທິບໍ​ດີ Barack Obama)

​​(vovworld) - ຕໍ່ໜ້າ​ສະພາ​ແຫ​່ງຊາດ​ໂດຍ​ພັກສາ​ທະ​ລະນະ​ກຳ​ອຳນາດ​ຄວບ​ຄຸມ ຍັງ​ລະ​ແວງ​ສົງ​ໄສຢູ່, ຊ້ຳ​ບໍ່​ໜຳ​ຍັງ​ຄັດຄ້ານ​ຂໍ້​ຕົກລົງ​ທີ່​ມີ​ລັກສະນະປະຫວັດສາດ​ເຊິ່ງຫາ​ກໍ​​ໄດ້​ຮັບ​ການລົງ​ນາມທີ່ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼີຍຂອງ​ອີຣານ, ວັນ​ທີ 15/07, ອຳນາດ​ການ​ປົກຄອງຂອງ​ທ່ານ​ປະທານາທິບໍ​ດີ Barack Obama ພ້ອມ​ກັນ​ເປີ​ດບັ້ນ​ຂົນຂວາ​ຍບັນດາ​ນັກ​ສ້າງ​ກົດໝາຍ​ສະໜັບສະໜູນ​ໝາກຜົນ​ທາງ​ການ​ທູດ​ທີ່​ຫາ​ກໍ​ບັນລຸ​ໄດ້​ນີ້. ກ່າວ​ຄຳ​ເຫັນ​ທີ​ການ​ປະຊຸ​ມ​ຂ່າວ​ໃນ​ວັນ​ທີ 15/07, ​ທ່ານ​ປະທານາທິບໍດີ Barack Obama ຢືນ​ຢັນ​ວ່າ, ຂໍ້​ຕົກລົງ​ເຊິ່ງກຸ່ມ P5+1 (​ເຊິ່ງລວມມີ​ອາ​ເມລິ​ກາ, ອັງກິດ, ຝລັ່ງ, ຈີນ ​ແລະ ​ເຢຍລະມັນ) ຫາ​ກໍ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 14/07, ຕາມ​ນັ້ນ​ແລ້ວ ​ໄດ້​ຈຳກັດ​ໂຄງການ​ນິວ​ເຄຼຍຂອງ​ອີຣານ, ​ແມ່ນ​ວິ​ທີດີ​ທີ່​ສຸດ​ເພື່ອ​ຫຼິກລ້ຽງ​ການ​ຊ່ວງ​ເສັງອາວຸດ​ນິວ​ເຄຼຍ ​​ແລະ ​ເກີດສົງຄາມ​ໃໝ່​ຢູ່​ເຂດ​ຕາ​ເວັນ​ອອກ​ກາງ. ທ່ານ​ປະທານາທິບໍດີ Obama ດ້ານ​ໜຶ່ງ​ໄດ້​ກະຕຸກ​ຊຸກຍູ້​ບັນດາ​ນັກສ້າງ​ກົດໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກສາ​ທາ​ລະນະ​ລັດ, ສະໜັບສະໜູນ ​ແລະ ຮັບຮອງ​ເອົາ​ຂໍ້​ຕົກລົງ​ນີ້, ດ້ານ​ອື່ນ​ຖະ​ແຫຼ​ງວ່າ ພ້ອມ​ແລ້ວ​ທີ່​ຈະ​ນຳ​​ໃຊ້​ສິດ​ຢັ້ບຢັ້ງ​ຖ້າ​ຫາກ​ສະພາ​ແຫ່ງ​ຊາດ​ປະຕິ​ເສດ.

ຂ່າວ/ບົດ​ອື່ນ