ທຳນຽບຂາວໃຫ້ຮູ້ວ່າການນຳອາເມລິກາ-ສປປ.ເກົາຫຼີໄດ້ມີການພົບປະຢ່າງດີງາມແລະມີລັກສະນະສ້າງສັນ

(VOVWORLD) -ໃນເວລາ 14 ໂມງ, ຕອນບ່າຍວັນທີ 28 ກຸມພາ, ໂຄສົກທຳນຽບຂາວ ທ່ານນາງ Sarah Sanders ໃຫ້ຮູ້ວ່າ

ທຳນຽບຂາວໃຫ້ຮູ້ວ່າການນຳອາເມລິກາ-ສປປ.ເກົາຫຼີໄດ້ມີການພົບປະຢ່າງດີງາມແລະມີລັກສະນະສ້າງສັນ - ảnh 1 ໂຄສົກທຳນຽບຂາວ ທ່ານນາງ Sarah Sanders

(ພາບ: AFP/TTXVN)

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un ໄດ້ມີການພົບປະ “ຢ່າງດີງາມ ແລະ ມີລັກສະນະສ້າງສັນ” ເປັນເວລາ 2 ມື້ຜ່ານມາ.

        ໃນຖະແຫຼງການຈາກຮ່າໂນ້ຍ, ທ່ານນາງ Sarah Sanders ໃຫ້ຮູ້ວ່າ: “ ການນຳ 2 ທ່ານໄດ້ປຶກສາຫາລືຫຼາຍບັນຫາຕາມຫຼາຍທິດ ເພື່ອແນໃສ່ຊຸກຍູ້ບັນດາຄຳນິຍາມກ່ຽວກັບການປອດນິວເຄຼຍ ແລະ ພັດທະນາເສດຖະກິດ”.

        ຕາມທ່ານນາງ Sarah Sanders ແລ້ວ, ເຖິງວ່າບໍ່ບັນລຸໄດ້ຂໍ້ຕົກລົງ ແລະ ບໍ່ອອກຖະແຫຼງການຮ່ວມກໍ່ຕາມ, ແຕ່ “2 ຝ່າຍລ້ວນແຕ່ປາດຖະໜາຢາກພົບປະກັນໃນອະນາຄົດ”.

        ກ່ອນນັ້ນ 2 – 3 ນາທີ, ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີອາເມລິກາ ແລະ ການນຳສປປ.ເກົາຫຼີ ໄດ້ສິ້ນສຸດການເຈລະຈາໄວກວ່າແຜນວາງອອກ ແລະ ອອກຈາກໂຮງໂຮມ Sofitel Legend Metropole ກັບເມືອໂຮງແຮມ Marriott ແລະ Melia. ການນຳ 2 ທ່ານບໍ່ໄດ້ຮັບປະທານອາຫານທ່ຽງນຳກັບຄືແຜນການທີ່ໄດ້ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ