ນັກກິລາກ່ວາ 8000 ຄົນເຂົ້າຮ່ວມການແຂ່ງຂັນ Marathon ນະຄອນໂຮ່ຈີມິນ 2018

(VOVWORLD) - ວັນທີ 14 ມັງກອນ, ທີ່ ຟູ໋ໝີຮຶງ ເມືອງ 7 ນະຄອນໂຮ່ຈີມິນ ໄດ້ດຳເນີນການແຂ່ງຂັນ Marathon ນະຄອນ ໂຮ່ຈີມິນ ຄັ້ງທີ 5 ດ້ວຍການເຂົ້າຮ່ວມຂອງນັກກິລາກ່ວາ 8000 ຄົນທີ່ມາຈາກ 49 ປະເທດ ແລະ ເຂດແຄ້ວນ.
ນັກກິລາກ່ວາ 8000 ຄົນເຂົ້າຮ່ວມການແຂ່ງຂັນ Marathon ນະຄອນໂຮ່ຈີມິນ 2018 - ảnh 1 ການແຂ່ງຂັນ Marathon ນະຄອນໂຮ່ຈີມິນ 2018 (ພາບ: TTXVN)

ປີນີ້, ສະຫະພັນແລ່ນ ແລະ ລານ ຫວຽດນາມ ແລະ ສະຫະພັນແລ່ນ ແລະ ລານນະຄອນ ໂຮ່ຈີມິນ ໄດ້ນຳການແຂ່ງຂັນເຂົ້າລະບົບການແຂ່ງຂັນລະດັບຊາດ. ດັ່ງນັ້ນ, ຄຽງຂ້າງລາຍການແຂ່ງຂັນສະຫງວນໃຫ້ນັກກິລາສະໝັກຫຼີ້ນແລ້ວ ຍັງມີເພີ່ມການແຂ່ງຂັນໃຫ້ບັນດານັກກິລາອາຊີບນຳອີກ. ບັນດານັກກິລາແຂ່ງຂັນໃນໄລຍະທາງຍາວ 42 ກມ, 21 ກມ, 10 ກມ ແລະ 5 ກມ.

        ຜົນການແຂ່ງຂັນມີຢູ່ວ່າ, ສຳລັບ Marathon ໄລຍະທາງ 42 ກມ, ເຊິ່ງນັກກິລາ ຫງວຽນກວກຢຸງ ຍາດໄດ້ແຊມປະເພດຊາຍ, ໃນຂະນະນັ້ນ ນັກກິລາ ຟ້າມທິຮົ່ງເລ້ ຍາດໄດ້ແຊມປະເພດຍິງ. ສ່ວນໃນການແຂ່ງຂັນສຳລັບນັກກິລາສະໝັກຫຼີ້ນໄລຍະທາງ 42 ກມ, ລາງວັນທີ 1 ສຳລັບປະເພດຊາຍ ແລະ ຍິງ ແມ່ນຂຶ້ນກັບນັກກິລາ Kimura Mitsunobu (ຍີ່ປຸ່ນ) ແລະ ນັກກິລາ Jepkosgei (Kenya).

        ຄະນະຈັດຕັ້ງ ກໍ່ໄດ້ມອບລາງວັນໃຫ້ບັນດານັກກິລາທີ່ບັນລຸໄດ້ ໃນຢູ່ການແຂ່ງຂັນໄລຍະທາງ 21 ກມ, 10 ກມ, 5 ກມ.

ຕອບກັບ

ຂ່າວ/ບົດ​ອື່ນ