ນັກກິລາຍົກນ້ຳໜັກ ຈິ້ງວັນວິງ ເປັນຜູ້ທີ 6 ຂອງ ຫວຽດ​ນາມ ຄວ້າໄດ້ສິດເຂົ້າຮ່ວມ Olympic Paris 2024

(VOVWORLD) - ສິ້ນສຸດຮອບຄັດເລືອກ, ນັກກິລາຍົກນ້ຳໜັກ ຫວຽດນາມ ບັນລຸຜົນງານທີ່ດີທີ່ສຸດແມ່ນ 294 ກີໂລຣາມ ລອດເຂົ້າ top 9 ໃນຕາຕະລາງຈັດອັນດັບ Olympic ໂລກ.
ນັກກິລາຍົກນ້ຳໜັກ ຈິ້ງວັນວິງ ເປັນຜູ້ທີ 6 ຂອງ ຫວຽດ​ນາມ ຄວ້າໄດ້ສິດເຂົ້າຮ່ວມ Olympic Paris 2024 - ảnh 1ນັກກິລາຍົກນ້ຳໜັກ ຈິ້ງວັນວິງ
(ພາບ: ທິມກິລາຍົກນ້ຳໜັກ ຫວຽດນາມ)

        ທີ່ງານແຂ່ງຂັນຍົກນ້ຳໜັກໂລກ 2024 ພວມຈັດຂຶ້ນຢູ່ນະຄອນ ພູເກດ, ປະເທດ ໄທ, ແຕ່ວັນທີ 31 ມີນາ - 11 ເມສາ, ນັກກິລາຍົກນ້ຳໜັກ ຈິ້ງວັນວິງ ຄວ້າໄດ້ສິດເຂົ້າຮ່ວມ Olympic Paris 2024 ໃຫ້ແກ່ປະເພດກິລາຍົກນ້ຳໜັກ ຫວຽດນາມ.

        ຕາມນັ້ນແລ້ວ, ໃນການແຂ່ງຂັນວັນທີ 02 ເມສາ, ນັກກິລາຍົກນ້ຳໜັກ ຈິ້ງວັນວິງ ໄດ້ແຂ່ງຂັນກັບນັກກິລາຍົກນ້ຳໜັກ 8 ຄົນຢູ່ບັນດາປະເທດອື່ນໃນລາຍການຍົກນ້ຳໜັກ 61 ກີໂລຣາມ. ສິ້ນສຸດຮອບຄັດເລືອກ, ນັກກິລາຍົກນ້ຳໜັກ ຫວຽດນາມ ບັນລຸຜົນງານທີ່ດີທີ່ສຸດແມ່ນ 294 ກີໂລຣາມ ລອດເຂົ້າ top 9 ໃນຕາຕະລາງຈັດອັນດັບ Olympic ໂລກ.

        ໄລ່ຮອດຈຸດເວລານີ້, ມີນັກກິລາ ຫວຽດນາມ 6 ຄົນໄດ້ເຂົ້າຮ່ວມງານມະຫາກຳກິລາລະດູແລ້ງ 2024 ຢູ່ ຝລັ່ງ, ລວມມີ: ນາງ ຫງວຽນທິເທີດ (ລົດຖີບ), ນາງ ຈິ້ງທູວິງ, ເລທິມົ້ງຕວຽນ (ຍິງປືນ), ຫງວຽນຮຸຍຮ່ວາງ (ລອຍນ້ຳ), ນາງ ຫວໍທິກິມແອັງ (ຕີມວຍ) ແລະ ຈິ້ງວັນວິງ (ຍົກນ້ຳໜັກ).

ຕອບກັບ

ຂ່າວ/ບົດ​ອື່ນ