ນັກກິລາຍົກນ້ຳໜັກ ລາຍຢາແທັງ ຄວ້າໄດ້ຫຼຽນຄຳງານແຂ່ງຂັນຍົກນ້ຳໜັກໂລກ 2024

(VOVWORLD) - ນັກກິລາຍົກນ້ຳໜັກຍິງ ຄົງມີ້ເຟື້ອງ, ແຂ່ງຂັນປະເພດ 45 ກີໂລຣາມ, ຄວ້າໄດ້ຫຼຽນເງິນ 1 ຫຼຽນຕື່ມອີກ.
ນັກກິລາຍົກນ້ຳໜັກ ລາຍຢາແທັງ ຄວ້າໄດ້ຫຼຽນຄຳງານແຂ່ງຂັນຍົກນ້ຳໜັກໂລກ 2024 - ảnh 1(ນັກກິລາຍົກນ້ຳໜັກ ລາຍຢາແທັງ ຄວ້າໄດ້ຫຼຽນຄຳປະເພດກິລາຍົກນ້ຳໜັກ 55 ກີໂລຣາມ)

        ຕອນຄ່ຳວັນທີ 01 ເມສາ, ນັກກິລາຍົກນ້ຳໜັກ ລາຍຢາແທັງ ຄວ້າໄດ້ຫຼຽນຄຳປະເພດກິລາຍົກນ້ຳໜັກ 55 ກີໂລຣາມ ທີ່ງານແຂ່ງຂັນຍົກນ້ຳໜັກໂລກ 2024, ພວມຈັດຂຶ້ນຢູ່ ໄທ. ຜົນງານຂອງ ລາຍຢາແທັງ ແມ່ນ 120 ກີໂລຣາມ, ຢືນອັນດັບທີ 2 ແມ່ນນັກກິລາ ໄທ ແລະ ຢືນອັນດັບທີ 3 ແມ່ນນັກກິລາ ສປປ.ເກົາຫຼີ.

        ແລະກໍ່ໃນມື້ແຂ່ງຂັນວັນທີ 01 ເມສາ, ນັກກິລາຍົກນ້ຳໜັກຍິງ ຄົງມີ້ເຟື້ອງ, ແຂ່ງຂັນປະເພດ 45 ກີໂລຣາມ, ຄວ້າໄດ້ຫຼຽນເງິນ 1 ຫຼຽນຕື່ມອີກ.

        ງານແຂ່ງຂັນຍົກນ້ຳໜັກໂລກ 2024 ຈັດຂຶ້ນແຕ່ວັນທີ 31 ມີນາ - 11 ເມສາ, ຢູ່ນະຄອນ ຟູເກດ, ປະເທດ ໄທ. ທີ່ງານແຂ່ງຂັນປີນີ້, ຫວຽດນາມ ມີນັກກິລາຍົກນ້ຳໜັກ 9 ຄົນເຂົ້າຮ່ວມ. ໃນວັນທີ 02 ເມສາ, ນັກກິລາຍົກນ້ຳໜັກ 2 ຄົນແມ່ນ ຈິ້ງວັນວິງ ແລະ ຫງວຽນເຈິ່ນແອັງ ແຂ່ງຂັນກິລາຍົກນຳໜັກໃນປະເພດ 61 ກີໂລຣາມ. ນີ້ແມ່ນນ້ຳໜັກເຊິ່ງບັນດານັກກິລາ ຫວຽດນາມ ຕັ້ງຄວາມຫວັງຍາດໄດ້ສິດເຂົ້າຮ່ວມ Olympic Paris 2024.

ຕອບກັບ

ຂ່າວ/ບົດ​ອື່ນ