ນັກກິລາຍິງ ຫງວຽນທິແອັງ ຄວ້າໄດ້ຫຼຽນຄຳໃນການແຂ່ງຂັນແລ່ນແລະລານໃນຮົ່ມຍາດເອົາແຊັມອາຊີ 2023

(VOVWORLD) -ນັກກິລາຍິງແລ່ນ ແລະ ລານ ຫງວຽນທິແອັງ ຂອງ ຫວຽດນາມ ຄວ້າໄດ້ຫຼຽນຄຳຢູ່ເນື້ອໃນຮອບຊິງຊະນະເລີດແລ່ນ ແລະ ລານ 1.500 ມ

ວັນທີ 11 ກຸມພາ, ນັກກິລາຍິງແລ່ນ ແລະ ລານ ຫງວຽນທິແອັງ ຂອງ ຫວຽດນາມ ຄວ້າໄດ້ຫຼຽນຄຳຢູ່ເນື້ອໃນຮອບຊິງຊະນະເລີດແລ່ນ ແລະ ລານ 1.500 ມ, ດ້ວຍຜົນງານແມ່ນ 4 ນາທີ 15 ວິນາທີ 55 ໃນການແຂ່ງຂັນແລ່ນ ແລະ ລານໃນຮົ່ມຍາດເອົາແຊັມອາຊີ 2023 ຢູ່ ກາຊັກສະຖານ. ນີ້ແມ່ນຫຼຽນຄຳໃນການແຂ່ງຂັນແລ່ນແລະລານໃນຮົ່ມອາຊີ ຄັ້ງທີ 2ໃນປະຫວັດສາດຂອງ ຫວຽດນາມ.

ຮອບຊິງຊະນະເລີດເນື້ອໃນແລ່ນ ແລະ ລານ 400 ມ ຍິງ, ຫງວຽນທິຮວ່ຽນ ກໍ່ຄວ້າໄດ້ຫຼຽນເງິນ ດ້ວຍຜົນງານ 54 ວິນາທີ 57. ສະນັ້ນ, ຮອດຈຸດເວລານີ້, ການແຂ່ງຂັນແລ່ນ ແລະ ລານ ຫວຽດນາມ ຄວ້າໄດ້ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ.

ການແຂ່ງຂັນແລ່ນ ແລະ ລານໃນຮົ່ມອາຊີ 2023 ຈັດຂຶ້ນຢູ່ ກາຊັກສະຖານ ແຕ່ວັນທີ 10-12 ກຸມພາ, ໄດ້ເຕົ້າໂຮມນັກກິລາກວ່າ 500 ຄົນທີ່ມາຈາກ 31 ປະເທດ ແລະ ເຂດແຄວ້ນ, ແຂ່ງຂັນຢູ່ 26 ປະເພດ.

ຕອບກັບ

ຂ່າວ/ບົດ​ອື່ນ