ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ

(VOVWORLD) -ການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນ 9 ເດືອນປີ 2022 ແມ່ນຜົນງານທາງດ້ານການບໍລິຫານເສດຖະກິດຂອງລັດຖະບານ.
ນັກ​ຊ່ຽວ​ຊານ ຈີນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ປະ​ສິດ​ທິ​ຜົນ​ບໍ​ລິ​ຫານ​ເສດ​ຖະ​ກິດ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ - ảnh 1ການຜະລິດຢູ່ ບໍລິສັດ Sailun  ຫວຽດນາມ ຈຳກັດ (ພາບ:  TTXVN)

ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ, ນັກຂ່າວ ແຊນເວີຍຫົວ, ຮອງຫົວໜ້າພະແນກພາສາ ຫວຽດ ວິທະຍຸກະຈາຍສຽງ ແລະ ໂທລະພາບສູນກາງ ຈີນ (CCTV), ໂດຍຖືວ່າ ການເຕີບໂຕຂອງເສດຖະກິດ ຫວຽດນາມ ໃນ 9 ເດືອນປີ 2022 ແມ່ນຜົນງານທາງດ້ານການບໍລິຫານເສດຖະກິດຂອງລັດຖະບານ. ນັກຂ່າວ ແຊນເວີຍຫົວ ສະແດງຄວາມປະທັບໃຈຕໍ່ປະສິດທິຜົນການບໍລິຫານເສດຖະກິດຂອງລັດຖະບານ ຫວຽດນາມ, ເມື່ອທ່ວງທ່າຟື້ນຟູຂອງການຜະລິດອຸດສາຫະກຳ ແລະ ນຳເຂົ້າ - ສົ່ງອອກສູນຄ້າ ລ້ວນແຕ່ເຕີບໂຕຢູ່ໃນລະດັບ 2 ຕົວເລກ. ຕາມທ່ານນາງແລ້ວ,  ນີ້ແມ່ນບັນດາບາດກ້າວພັດທະນາ ເຊິ່ງ ຫວຽດນາມ ບັນລຸໄດ້ນັ້ນ ແມ່ນຍ້ອນມີການເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ລັດຖະບານ ຫວຽດນາມ ຢຶດໝັ້ນຕໍ່ການປ່ຽນແປງໃໝ່ເປີດປະຕູ, ຢຶດໝັ້ນຕໍ່ລະບົບການຄ້າຫຼາຍຝ່າຍ, ສົ່ງເສີມການຄ້າສອງສົ້ນ ແລະ ການຮ່ວມມືເສດຖະກິດກັບບັນດາປະເທດໃນໂລກ.


ຕອບກັບ

ຂ່າວ/ບົດ​ອື່ນ