ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ລັດ​ເຊຍ ຢັ້ງ​ຢ​ືນ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ໃນ​ໂລກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

(VOVWORLD) -ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການສຳຄັນທີ່ສຸດໃນຊີວິດການເມືອງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສາກົນທີ່ສຳຄັນອີກດ້ວຍ. 
ນັກ​ຊ່ຽວ​ຊານ, ນັກ​ຮຽນ​ຮູ້ ລັດ​ເຊຍ ຢັ້ງ​ຢ​ືນ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ ໃນ​ໂລກ ນັບ​ມື້​ນັບ​ເພີ່ມ​ຂຶ້ນ - ảnh 1ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການສຳຄັນທີ່ສຸດໃນຊີວິດການເມືອງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສາກົນທີ່ສຳຄັນອີກດ້ວຍ. (ພາບ: TTXVN)

ຈາກ ລັດເຊຍ, ທ່ານຮອງສາດສະດາຈານ, ປະລິນຍາເອກດ້ານການເມືອງ Artyom Lutkin, ຮອງຜູ້ອຳນວຍການສະຖາບັນຕາເວັນອອກ - ໂຮງຮຽນຄົ້ນຄວ້າກ່ຽວກັບສາກົນ ແລະ ພາກພື້ນ, ສັງກັດ ມະຫາວິທະຍາໄລສະຫະພັນ ຕາເວັນອອກໄກ ເຊິ່ງເປັນນັກຊ່ຽວຊານກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ຢູ່ ພາກພື້ນ ອາຊີ - ປາຊີຟິກ ຖືວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນເຫດການສຳຄັນທີ່ສຸດໃນຊີວິດການເມືອງຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນເຫດການສາກົນທີ່ສຳຄັນອີກດ້ວຍ. ທ່ານເນັ້ນໜັກວ່າ ໃນຊຸມເດືອນຜ່ານມາ, ໃນພາຫະນະສື່ສານມວນຊົນສາກົນ ໄດ້ໃຫ້ຂ່າວ ແລະ ວິພາກວິເຄາະກ່ຽວກັບກອງປະຊຸມໃຫຍ່ຂອງ ພັກກອມມູນິດ ຫວຽດນາມ, ອັນໄດ້ສະແດງໃຫ້ເຫັນບົດບາດຂອງ ຫວຽດນາມ ນັບມື້ນັບເພີ່ມຂຶ້ນຫຼາຍພໍສົມຄວນ ບໍ່ພຽງແຕ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ, ຫາກຍັງຢູ່ເວທີການເມືອງຂອງທົ່ວໂລກອີກດ້ວຍ.

        ທ່ານສາດສະດາຈານສະຖາບັນ ຕາເວັນອອກ ສັງກັດ ມະຫາວິທະຍາໄລ ສະຫະພັນ ຕາເວັນອອກໄກ Alexander Sokolovsky,  ປະທານສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ ແຂວງ Primorsky ກໍຢັ້ງຢືນວ່າ ພັກກອມູນິດ ຫວຽດນາມ ຍາມໃດກໍແມ່ນພັກຂອງປະຊາຊົນ, ເພື່ອປະຊາຊົນ ແລະ ຮັບຟັງຄຳເຫັນ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ການຮັກສາໄດ້ທ່າເຕີບໂຕເສດຖະກິດໃນສະພາບການໂລກລະບາດໂຄວິດ - 19 ແມ່ນຫຼັກຖານທີ່ພົ້ນເດັ່ນກ່ຽວກັບຄວາມສະຖຽນລະພາບຂອງ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ