ນັກ​ຊ່ຽວ​ຊານ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສິງ​ກະ​ໂປ: ການ​ພົວ​ພັນ ຫວຽດ​ນາມ-ສິງ​ກະ​ໂປ ຕິດ​ພັນ​ອາ​ຊຽນ

(VOVWORLD) -ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາການຢ້ຽມຢາມປັບປຸງການພົວພັນລະຫວ່າງສອງລັດຖະບານ ແລະ ສອງປະເທດ. 
ນັກ​ຊ່ຽວ​ຊານ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສິງ​ກະ​ໂປ: ການ​ພົວ​ພັນ ຫວຽດ​ນາມ-ສິງ​ກະ​ໂປ ຕິດ​ພັນ​ອາ​ຊຽນ - ảnh 1ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ (ພາບ: TTXVN)

ເມື່ອຕອບຄຳສຳພາດ ຂອງນັກຂ່າວ ຈາກສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ຈະຢ້ຽມຢາມ ສິງກະໂປ ຢ່າງເປັນທາງການ ແຕ່ວັນທີ 8 ເຖິງ 10 ກຸມພາ, ທ່ານສາດສະດາຈານ Bilveer Singh, ພະແນກວິທະຍາສາດການເມືອງ, ມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາການຢ້ຽມຢາມປັບປຸງການພົວພັນລະຫວ່າງສອງລັດຖະບານ ແລະ ສອງປະເທດ; ຈາກນັ້ນ, ເພີ່ມທະວີການຮ່ວມມືພາກພື້ນໃນຂອບເຂດ ອາຊຽນ ແລະ ອາຊຽນ+. ທ່ານສາດສະດາຈານ Bilveer Singh ໄດ້ເນັ້ນໜັກການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສິງກະໂປ ແມ່ນການພົວພັນພິເສດໜຶ່ງ, ເຊິ່ງສອງປະເທດກຳລັງໄປຕາມເສັ້ນທາງທີ່ຖືກຕ້ອງ ແລະ ຕ້ອງເຮັດຫຼາຍຂຶ້ນກວ່າເກົ່າເພື່ອກາຍເປັນກາວຕິດພັນ ອາຊຽນ.

        ກ່ຽວກັບແງ່ຫວັງການຮ່ວມມືໃນຂົງເຂດປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ທ່ານສາດສະດາຈານ Bilveer Singh ກ່າວວ່າ ສອງປະເທດຕ້ອງຍູ້ແຮງການຮ່ວມມືລະຫວ່າງກອງທັບເຮືອ, ກອງທັບບົກ, ກອງທັບອາກາດ, ກຳລັງປ້ອງກັນພົນລະເຮືອນ.  ນອກຈາກນີ້, ສອງປະເທດກໍ່ຕ້ອງຍູ້ແຮງບັນດາການແລກປ່ຽນ ນາຍທະຫານສອງປະເທດ ມາສຶກສາຮ່ຳຮຽນ; ຮ່ວມມືກ່ຽວກັບການຜະລິດອາວຸດ. ທ່ານສາດສະດາຈານ Bilveer Singh ຕັ້ງຄວາມຫວັງວ່າ ສິງກະໂປ ແລະ ຫວຽດນາມ ຈະພ້ອມກັນນຳພາ ອາຊຽນ ເພື່ອປະຊາຄົມພັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ