ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ກຳ​ລັງ​ດູດ​ດື່ມ​ຂອງ​ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ

(VOVWORLD) -ຫວຽດນາມ ໄດ້ບືນຕົວຂຶ້ນຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ອາຊຽນ ກ່ຽວກັບລະດັບຄວາມໄວການເຕີບໂຕຂອງລະບົບສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ.
ນັກ​ຊ່ຽວ​ຊານ​ລັດ​ເຊຍ ຕີ​ລາ​ຄາ​ກຳ​ລັງ​ດູດ​ດື່ມ​ຂອງ​ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ - ảnh 1(ພາບປະກອບ:  TTXVN)

ຕາມສະຖານີວິທະຍຸ Sputnik ຂອງ ລັດເຊຍ ແລ້ວ, ພາຍຫຼັງຄົ້ນຄວ້າບັນດາຂໍ້ມູນທາງການຂອງ ຫວຽດນາມ ແລະ ບັນດາການໄຈ້ແຍກຂອງບັນດາສື່ສິ່ງພິມສາກົນ, ນັກຊ່ຽວຊານ Sergey Sinitsyn ສັງກັດມະຫາວິທະຍາໄລ ການພົວພັນສາກົນ Moskva ໃຫ້ຂໍ້ສັງເກດວ່າ  ຫວຽດນາມ ໄດ້ກາຍເປັນ “ສະຖານທີ່ດູດດື່ມ” ສຳລັບບັນດານັກລົງທຶນຕ່າງປະເທດ.

        ນັກຊ່ຽວຊານ Sinitsyn ເນັ້ນໜັກວ່າ ຫວຽດນາມ ໄດ້ບືນຕົວຂຶ້ນຢືນອັນດັບທີ 3 ໃນຈຳນວນບັນດາປະເທດ ອາຊຽນ ກ່ຽວກັບລະດັບຄວາມໄວການເຕີບໂຕຂອງລະບົບສະພາບແວດລ້ອມແຫ່ງການເລີ່ມຕົ້ນທຸລະກິດຢ່າງມີຫົວຄິດປະດິດສ້າງ. ໃນ 4 ປີຜ່ານມາ, ລະບົບດັ່ງກ່າວຢູ່ຫວຽດນາມ ໄດ້ພັດທະນານັບແຕ່ໄລຍະປະຖົມມະເລີກຈົນບັນລຸໄດ້ລະດັບທີ່ມີຄວາມໝາຍສຳລັບພາກພື້ນ. ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາສູນພັດທະນາໄວທີ່ສຸດສຳລັບບັນດາໂຄງການປ່ຽນແປງໃໝ່ປະດິດຄິດສ້າງຢູ່ພາກພື້ນ ອາຊີ - ປາຊີຟີກ. ບັນດາຂົງເຂດດູດດື່ມທີ່ສຸດ ເພື່ອລົງທຶນເຂົ້າ ຫວຽດນາມ ລວມມີ ການເງິນ, ການສຶກສາ, ເຕັກໂນໂລຢີ, ປັນຍາທຽມ, ກໍຄື ເຕັກໂນໂລຢີ blockchain.

ຕອບກັບ

ຂ່າວ/ບົດ​ອື່ນ