ນັກຊ່ຽວຊານສປຊຕີລາຄາສູງຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບກໍລະນີຟ້ອງຮ້ອງຈີນຂອງຟີລິບປິນ

ນັກຊ່ຽວຊານສປຊຕີລາຄາສູງຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບກໍລະນີຟ້ອງຮ້ອງຈີນຂອງຟີລິບປິນ - ảnh 1
ສາດສະດາຈານ Sean D. Murphy
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ຄຳ​ຕັດສິນ​ປະກາດ​ໃນ​ວັນ​ທີ 12/7 ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ ຢູ່​ລາ​ໄຮ, ປະ​ເທດ​ໂຮ​ນລັງ ​ໄດ້​ສ້າ​ງປະຖົມ​ປັດ​ໄຈ, ພື້ນຖານ​ນິຕິ​ກຳ​ເພື່ອ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ໃນ​ພາກ​ພື້ນ​ສືບ​ຕໍ່​ປຶກສາ​ຫາລື ​ແລະ ຮ່ວມ​ມື​ໃນ​ອະນາຄົດ. ນີ້​ແມ່ນ​ການ​ຢັ້ງຢືນ​ຂອງ​ທ່ານ Sean D.Murphy, ສາດສະດາຈານ​ກົດໝາຍ​ຢູ່​ມະຫາວິ​ທະຍາ​ໄລ George Washington (ປະ​ເທດ​ອາ​ເມ​ລິ​ກາ), ພ້ອມ​ທັງ​ເປັນ​ສະມາຊິກ​ກຳມາ​ທິການກົດໝາຍ​ສາກົນ​ຂອງ ສປຊ. ​ໃນ​ຂອບ​ເຂດ​ບັນດາ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ກົດໝາຍ​ສາກົນ​ໂດຍ​ກຳມາ​ທິການ​ກົດໝາຍ​ຂຶ້ນ​ກັບ ຄະນະ​ເລຂາ​ຂອງ​ອົງການ​ການ​ຄ້າ​ໂລກ (WTO) ຈັດ​ຕັ້ງ​ໃນ​ວັນ​ທີ 29/7 ທີ່​ສຳນັກງານ WTO (​ເຊີ​​ແນວ, ປະ​ເທດ​ສະ​ວິດ), ສາດສະ​ດາ​ຈານ Sean D.Murphy ​ໄດ້​​ແນະນຳ​ກ່ຽວ​ກັບ​ກົດ​ໝາຍສາກົນ ​ແລະ ບັນດາ​ການ​ຂັດ​ແຍ້​ງກັນ​ກ່ຽວຂ້​ອງ​ເຖິງ​ທະ​ເລ, ໝູ່​ເກາະ, ດ້ວຍ​ກໍລະ​ນີລະ​ອຽດ​ແມ່ນ​ກໍລະ​ນີຟ້ອງ​ຮ້ອງ​ຈີນ ຂອງ ຟີ​ລິບ​ປິນ ກ່ຽວຂ້ອງ​ເຖິງ​ການ​ຂັດ​ແຍ້​ງກັບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ກ່ຽວ​ຂ້ອງ​ເຖິງ​ກໍລະ​ນີຟ້ອງ​ຮ້ອງ​ນີ້, ສາດສະດາຈານ Murphy ​​ໄດ້​ເວົ້າ​ຫຍໍ​້ບັນດາ​ຈຸດ​ຕົ້ນ​ຕໍ​ຂອງ​ກໍລະນີ, ​ໄຈ້​ແຍກ 2 ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ​​ເລື່ອງ​ສານ​ອະນຸ​ຍາ​ໂຕ​ຕຸລາການ​ຕັດສິນ​ປະຕິ​ເສດ​ບັນດາ​ຄຳ​ຖະ​ແຫຼ​ງອະທິປະ​​ໄຕ​ບໍ່​ມີ​ຫຼັກ​ຖານ​ຂອງ ຈີນ ກໍ່​ຄື​ຄຳອະທິບາຍ​ຂອງ​ສານກ່ຽວ​ກັບ​ກົດ​ລະບຽບ​ສຳລັບ​ບັນດາ​ໂຄງ​ປະ​ກອບ​ສ້າງ​​ເປັນເກາະ ຫຼື ຫີນ.


ຂ່າວ/ບົດ​ອື່ນ