ນັກຊ່ຽວຊານສະຫະ ປະຊາຊາດເລີ່ມທຳລາຍ ອາວຸດເຄມີຂອງຊີຣີ

ນັກຊ່ຽວຊານສະຫະ ປະຊາຊາດເລີ່ມທຳລາຍ ອາວຸດເຄມີຂອງຊີຣີ - ảnh 1
ປະຈຸ​ບັນຊີຣີ ມີ​ອາວຸດ​ເຄມີ​ກວ່າ 1.000 ​ໂຕນ
ພວມ​ຮັກສາ​​ໄວ້ຢູ່ 45 ສະຖານ​ທີ່​ໃນ​ທົ່ວ​ປະ​ເທດ
(ພາບ: AFP)


(vovworld) - ວັນ​ທີ 06 ຕຸລາ, ກຸ່​ມບັນດາ​ນັກ​ຊ່ຽວຊານ​ລົງ​ລ້າງອາວຸດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ຫ້າມ​ອາວຸດ​ເຄມີ ເລີ່​ມຕົ້ນວິວັດ​ການ​ທຳລາຍ​ບັນດາ​ອາວຸດ​ເຄມີ ​ແລະ ຮາກ​ຖານ​ຜະລິດ​ຂອງ​ຊີຣີ. ບັນດາ​ສະມາຊິກ​ຂອງ​ກຸ່ມ​ນັກ​ຊ່ຽວຊານ​ດັ່ງກ່າວ ​ໄດ້​ສຳ​ພັດ​ກັບ​ຮາກ​ຖານ​ອາວຸດ​ແຫ່ງ​ໜຶ່ງ ​ແລະ ​ເລີ່​ມ​ດຳ​ເນີນ​ການ​ກວດກາ​ ​ແລະ ທຳລາຍ. ໜ້າ​ທີ່​ຂອງ​ກຸ່ມ​ນັກ​ຊ່ຽວຊານ​ດັ່ງກ່າວແມ່ນ​ໜັກໜ່ວງທີ່​ສຸດ ​ເພາະວ່າ, ຕາມ​ການຄາດ​ຄະ​ເນ ປະຈຸ​ບັນຊີຣີ ມີ​ອາວຸດ​ເຄມີ​ກວ່າ 1.000 ​ໂຕນ ພວມ​ຮັກສາ​​ໄວ້ຢູ່ 45 ສະຖານ​ທີ່​ໃນ​ທົ່ວ​ປະ​ເທດ. ຍິ່ງ​ໄປ​ກວ່າ​ນັ້ນ, ນີ້​ເປັນ​ຄັ້ງ​ທຳອິດ​ໃນ​ປະຫວັດສາດທີ່​ອົງການ​ຫ້າມ​ອາວຸດ​ເຄມີ, ບັນດາ​ອົງການ​ຜູ້​ຊ່ຽວຊານ​ຂອງ​ອົງການ​ນີ້ ຕ້ອງ​ປະຕິບັດ​ໜ້າ​ທີ່ຢູ່​ປະ​ເທ​ດໜຶ່ງພວມ​​ເກີດ​​ສົງຄາມ​ພາຍ​ໃນທີ່​ແກ່ຍາວ. ຕາມ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊີຣີ ​ແລ້ວ, ວິວັດ​ການ​ທຳລາຍ​ບັນດາ​ສາງ​ອາວຸດ​ເຄມີ​ຂອງ​ປະ​ເທດ​ນີ້ ຈະ​ຕ້ອງ​ສຳ​ເລັດ​ໃນ​ກາງປີ 2014.

ຂ່າວ/ບົດ​ອື່ນ