ນັກທຸລະກິດໜຸ່ມອາຊຽນ+3ມຸ່ງໄປເຖິງການພັດທະນາແບບຍືນຍົງ

ນັກທຸລະກິດໜຸ່ມອາຊຽນ+3ມຸ່ງໄປເຖິງການພັດທະນາແບບຍືນຍົງ - ảnh 1
(ພາບ​ປະ​ກອບ: baocongthuong)

(vovworld) - ນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ+3 ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ. ນີ້​ແມ່ນ​ຫົວ​ຂໍ້​ຂອງ​ເວ​ທີ​ປາ​ໄສນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ+3 ທີ່​ໄຂ​ຂຶ້ນ​ຕອນ​ເຊົ້າ​ວັນ​ທີ 12/12, ຢູ່ນ​ະ​ຄອນ​ໂຮ່​ຈິ​ມິນ. ມີ​ນັກ​ທຸ​ລະ​ກິດ​ໜຸ່ມ ແລະ ຫົວ​ໜ້າ​ຊາວ​ໜຸ່ມ​ຂອງ 10 ປະ​ເທດ​ອາ​ຊຽນ ແລະ 3 ປະ​ເທດ​ຄູ່​ເຈ​ລະ​ຈາ​ຂອງ​ອາ​ຊຽນ ແມ່ນ ສ.ເກົາ​ຫຼີ, ຍີ່​ປຸ່ນ, ຈີນ 65 ຄົນ​ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ນີ້. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ໃຫຍ່​ຂອງ​ຊາວ​ໜຸ່ມ​ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ກ້າວ​ໄປ​ເຖິງ​ຂີດ​ໝາຍ​ສຳ​ຄັນ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ໃນ​ທ້າຍ​ປີ 2015.

      ເວ​ທີ​ປາ​ໄສ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາ​ກ​ພື້ນ​ແບບ​ຍືນ​ຍົງ, ​ຍົກ​ສ​ູງ​ບົດ​ບາດ​ຂອງ​ນັກ​ທຸ​ລະ​ກິດ​ໜຸ່ມ​ໃນ​ການ​ນຳ​ໜ້າ​ປະ​ຕິບັດ​ບັນ​ດາ​ຄາດ​ໝາຍ​ສ້າງ​ຕັ້ງ​ປະ​ຊາ​​ຄົນ​ເສດ​ຖະ​ກິດ​ອາ​ຊຽນ ເວົ້າ​ສະ​ເພາະ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ​ປະ​ຊາ​​ຄົນ​ອາ​ຊຽນ ​ໃຫ້​ພັດ​ທະ​ນາແບບ​ຍືນ​ຍົງ​. ທ່ານ ຫງວຽນ​ຟີ​ລອງ, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ, ປະ​ທານ​ສະ​ຫະ​ພັນ​ຊາວ​ໜຸ່ມ​ຫວຽດ​ນາມ ຢືນ​ຢັນ​ວ່າ.

      “ພວກ​ຂ້າ​ພະ​ເຈົ້າ​ປ​າດ​ຖະ​ໜາ​ວ່າ, ຜ່າ​ນ​ເວ​ທີ​ປາ​ໄສ​ຄັ້ງ​ນີ້ເພື່ອ​ເຊື່ອມ​ຕໍ່ ແລະ ສ້າງ​ເຄືອ​​ຂ່າຍ​ປະ​ຊາ​ຄົມ​ນັກ​ທຸ​ລະ​ກິດ​ໜຸ່ມ​ອາ​ຊຽນ, ເຮັດ​ແນວ​ໃດ​ໃຫ້​ວິ​ສາ​ຫະ​ກິດ​ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາແບບ​ຍືນ​ຍົງ. ພວກ​ເຮົາ​ຢືນ​ຢັນ​ຄວາມ​ຕັດ​ສິນ​ໃຈ​​ຈະປ່ຽນ​ໃ​ໝ່, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ແລະ ພັດ​ທະ​ນາແບບ​ຍືນ​ຍົງ ​ໂດຍອີງ​ໃສ່​ປັດ​ໃຈ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ມີ​ພູມ​ປັນ​ຍາ.”

ຂ່າວ/ບົດ​ອື່ນ