ນັກທ່ອງທ່ຽວ 200.000 ຄົນເຂົ້າຮ່ວມວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ

ນັກທ່ອງທ່ຽວ 200.000 ຄົນເຂົ້າຮ່ວມວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ - ảnh 1
ນັກທ່ອງທ່ຽວ 200.000 ຄົນເຂົ້າຮ່ວມວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ

(vovworld) - ພາຍ​ຫຼັງ​ເຄື່ອນ​ໄຫວ​ມາ​ເປັນ​ເວລາ 4 ວັນ, ຕອນ​ຄ່ຳ​ວັນ​ທີ 15/4, ວັນ​ບຸນ​ທ່ອງ​ທ່ຽວ​ນະຄອນ ​ໂຮ່ຈີ​ມິນ ຄັ້ງ​ທີ 8 ປີ 2012 ​ຖືກ​ອັດ​ລົງ, ​ເຊິ່ງ​ໄດ້ດຶງ​ດູດ​ການ​​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງທ່ຽວ 200.000 ​ເທື່ອ​ຄົນ. ບໍລິສັດ​ການທ່ອງທ່ຽວສາກົນ 76 ​ແຫ່ງ, ບັນດາວິ​ສາ​ຫະກິດ​ທ່ອງ​ທ່ຽວ​ທີ່ເຂົ້າ​ຮ່ວມ​ງານ​ບຸນ​ລ້ວນ​ແຕ່​ນຳ​ສະ​ເໜີ​ບັນດາ​ລາຍການ​ທ່ອງ​ທ່ຽວທີ່​ປະຢັດ, ບັນດາ​ລາຍການ​ໂປຣ​ໂມ​ຊັນ​ສຳລັບການທ່ອງທ່ຽວ​ລະດູ​ຮ້ອນ​ປີ 2012 ດ້ວຍ​ລາຍການ​ທ່ອງ​ທ່ຽວ​ປະ​ທັບ​ໃຈ​ຖືກຫຼຸດ​ລາຄາ​ນັບຮ້ອຍໆ ລາຍການ. ທ່ານ Nguyen Khoa Luan, ຜູ້ອຳນວຍການ​ບໍລິສັດ​ທ່ອງ​ທ່ຽວ Anh Viet ​ເວົ້າ​ວ່າ:

“​ແຕ່ລະ​ປີ, ບໍລິສັດ​ທ່ອງ​ທ່ຽວ Anh Viet ລ້ວນ​ແຕ່​ປະສານ​ສົມທົບກັບ​ບັນດາ​ອົງການ​ຈັດ​ຕັ້ງ,  ພະ​ແນ​ກວັດທະນະທຳ​ໃນ​ລາຍການ​ສົ່ງ​ເສີມ​ການທ່ອງທ່ຽວຕ່າງໆ. ປີ​ນີ້​, ​ເຖິງ​ວ່າ​​ເສດຖະກິດ​ມີ​ຄວາມ​ຫຍູ້​ງຍາກ ​ແຕ່​ວ່າ​ບັນດາ​ວິ​ສາ​ຫະກິດ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ​ເຫັນ​ວ່າ​ບັນຍາກາດ​ໃນ​ງານ​ບຸນ​ກໍ່​ຟົດ​ຟື້ນ​ມ່ວນ​ຊື່ນ. ​ແຕ່ລະ​ເທື່ອ​ເມື່ອ​ນຳ​ສະ​ເໜີ​ລາຍການ​ທ່ອງ​ທ່ຽວ​ພວກ​ເຮົາ​ລ້ວນ​ແຕ່​​ສ້າງ​ຍຸດ​ທະ​ສາ​ດລະອຽດ, ​ແນະນຳ​ກ່ຽວ​ກັບ​ການທ່ອງທ່ຽວ​ຫວຽດນາມ ​ແລະ ບັນດາ​ສະຖານ​ທີ່​ຂອງ​ທ່ອງ​ທ່ຽວ​ຫວຽດນາມ ​ທີ່​ດູດ​ດື່ມ. ຂ້າພະ​ເຈົ້າເຫັນ​ວ່າ​ມັນ​​ໄດ້ນຳ​ມາ​ເຊິ່ງ​ປະສິດ​ທິຜົນ​ຫຼາຍພໍ​ສົມຄວນ”

ຂ່າວ/ບົດ​ອື່ນ