ນັກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ

(VOVWORLD) -ໃນປີ 2022, ຂະແໜງທ່ອງທ່ຽວ ໄດ້ວາງອອກເປົ້າໝາຍຮັບໃຊ້ນັກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ.
ນັກທ່ອງທ່ຽວສາກົນມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ - ảnh 1(ພາບປະກອບ: TTXVN)

ຕາມແຫຼ່ງຂ່າວຈາກກົມໃຫຍ່ສະຖິຕິປະກາດໃນວັນທີ 28 ກຸມພາ ໄດ້ສະແດງໃຫ້ເຫັນວ່າ, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໃນເດືອນ ກຸມພາ 2022 ໄດ້ເພີ່ມຂຶ້ນ 49,6% ເມື່ອທຽບໃສ່ເດືອນ ມັງກອນ ຍ້ອນ ຫວຽດນາມ ພວມປະຕິບັດການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ ແລະ ມີໄດ້ເຊື່ອມຕໍ່ຄືນໃໝ່ກັບຫຼາຍສາຍການບິນສາກົນ. ໄລ່ລວມອລ້ວ, ໃນ 2 ເດືອນຕົ້ນປີ 2022, ນັກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸ 49.200 ເທື່ອຄົນ, ເພີ່ມຂຶ້ນ 71,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ໃນປີ 2022, ຂະແໜງທ່ອງທ່ຽວ ໄດ້ວາງອອກເປົ້າໝາຍຮັບໃຊ້ນັກທ່ອງທ່ຽວໃຫ້ໄດ້ 65 ລ້ານເທື່ອຄົນ, ໃນນັ້ນມີນັກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ