ນັກບານເຕະ ກວາງຫາຍ ຖືກຄັດເລືອກເຂົ້າກຸ່ມນັກບານເຕະຂາບຸກໄດ້ຮັບຄວາມນິຍົມທີ່ສຸດ ອາຊີ

(VOVWORLD) - ເວັບໄຊ Fox Sport Asia ໄດ້ຍົກອອກບັນຊີລາຍຊື່ນັກບານເຕະຂາບຸກ9 ຄົນທີ່ໄດ້ຮັບຄວາມນິຍົມທີ່ສຸດ ອາຊີ ໃນອະດີດ ແລະ ປັດຈຸບັນ, ໃນນັ້ນ ນັກບານເຕະ ຫວຽດນາມ ກວາງຫາຍ ຖືກຄັດເລືອກເຂົ້າໃນບັນຊີລາຍຊື່ດັ່ງກ່າວ. 
ນັກບານເຕະ ກວາງຫາຍ ຖືກຄັດເລືອກເຂົ້າກຸ່ມນັກບານເຕະຂາບຸກໄດ້ຮັບຄວາມນິຍົມທີ່ສຸດ ອາຊີ - ảnh 1 ນັກບານເຕະ ກວາງຫາຍ ຖືກຄັດເລືອກເຂົ້າກຸ່ມນັກບານເຕະຂາບຸກໄດ້ຮັບຄວາມນິຍົມທີ່ສຸດ ອາຊີ (ພາບ: TTXVN)

  ດ້ວຍຜົນງານການເຕະທີ່ເປັນໜ້າປະທັບໃຈ ໂດຍຜ່ານບັນດາການແຂ່ງຂັນບານເຕະໃນທະວີບຄື ຮອບຊີງຊະນະເລີດ U23 ອາຊີ 2018, ASIAD 2018, AFF Cup 2018, Asian Cup 2019…ກວາງຫາຍ ເປັນກອງກາງຂອງທິມບານເຕະ ຫວຽດນາມ ແລະ ທິມບານເຕະ ຮ່າໂນ້ຍ ທີ່ໄດ້ຮັບການຕີລາຄາສູງຈາກເວັບໄຊ Fox Sport Asia. ປັດຈຸບັນ, ກວາງຫາຍ ພວມມີບັນດາບາດກ້າວທີ່ກ້າວໜ້າໃນພາລະກິດຂອງຕົນຢ່າງບໍ່ຢຸດຢັ້ງ ແລະ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມແຂ່ງຂັນບານເຕະຈາກບັນດາທິມບານເຕະສາກົນຄື ຍີ່ປຸ່ນ, ແອັດສະປາຍ.

ຕອບກັບ

ຂ່າວ/ບົດ​ອື່ນ