ນັກປະ​ຖ​ະ​ກະ​ຖາ​ພິ​ເສດ​ຂອງ ສ​ປ​ຊ ກ່າວ​ປະ​ນາມ​ການ​ມ້າງ​ທຳ​ລາຍ​ໝູ່​ບ້ານ​ຂອງ​ຊາວ​ປະ​ແລັດ​ສະ​ຕິນ

(VOVWORLD) -ນັກປະຖະກະຖາພິເສດຂອງ ສປຊ ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິຄວາມມານະພະຍາຍາມມ້າງທຳລາຍໝູ່ບ້ານ Humsa Al – Bqai’a ຂອງ ຊາວ ປາແລັດສະຕິນ.
ນັກປະ​ຖ​ະ​ກະ​ຖາ​ພິ​ເສດ​ຂອງ ສ​ປ​ຊ ກ່າວ​ປະ​ນາມ​ການ​ມ້າງ​ທຳ​ລາຍ​ໝູ່​ບ້ານ​ຂອງ​ຊາວ​ປະ​ແລັດ​ສະ​ຕິນ - ảnh 1(ພາບປະກອບ: AFP)

 ວັນທີ 2 ມີນາ, ທ່ານ Michael Lynk - ນັກປະຖະກະຖາພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບສະພາບການມະນຸດສະທຳໃນດິນແດນ ປາແລັດສະຕິນທີ່ຖືກຢຶດຄອງ ແລະ ທ່ານ Balakrishnan Rajagopal - ນັກປະຖະກະຖາພິເສດຂອງ ສປຊ ຮັບຜິດຊອບກ່ຽວກັບເຮືອນຢູ່ ໄດ້ຮຽກຮ້ອງໃຫ້ ອິດສະຣາແອັນ ຈົ່ງຢຸດຕິຄວາມມານະພະຍາຍາມມ້າງທຳລາຍໝູ່ບ້ານ Humsa Al – Bqai’a ຂອງ ຊາວ ປາແລັດສະຕິນ. ພ້ອມທັງມີຄວາມວິຕົກກັງວົນວ່າ ນີ້ແມ່ນສ່ວນໜຶ່ງຂອງຮູບແບບບັງຄັບໃຫ້ຍົກຍ້າຍ ແລະ ເນລະເທດ ທີ່ມີຂອບຂະໜາດນັບມື້ນັບຂະຫຍາຍກວ້າງກວ່າ ແລະ ກ່າວປະນາມການກະທຳດັ່ງກ່າວ ຂອງ ອິດສະຣາແອັນ. ນັກປະຖະກະຖາສອງທ່ານດັ່ງກ່າວ ກໍໃຫ້ຮູ້ວ່າ ການມ້າງເພທຳລາຍຢ່າງລຽນຕິດຂອງກອງທັບ ອິດສະຣາແອັນ ໄດ້ເຮັດໃຫ້ຊາວ ປາແລັດສະຕິນ ປະມານ 60 ຄົນທີ່ພວມດຳລົງຊີວິດຢູ່ທີ່ນີ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເຊິ່ງໃນນັ້ນ, ມີເຄິ່ງໜຶ່ງເປັນເດັກນ້ອຍ. ເຈົ້າໜ້າທີ່ສອງທ່ານດັ່ງກ່າວ ກໍໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ອ້າງເຫດຜົນຕໍ່ການມ້າງທຳລາຍໝູ່ບ້ານດັ່ງກ່າວວ່າ ມັນນອນຢູ່ໃນເຂດຝຶກຊ້ອມການທະຫານ. ນີ້ແມ່ນເຫດຜົນທີ່ ອິດສະຣາແອັນ ໄດ້ນຳໃຊ້ເພື່ອບັງຄັບໃຫ້ຊາວ ປາແລັດສະຕິນ ຕ້ອງຍົກຍ້າຍບ້ານແຫ່ງຕ່າງໆ ຢູ່ບ່ອນອື່ນໆຂອງເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ.


ຕອບກັບ

ຂ່າວ/ບົດ​ອື່ນ