ນັກປະພັນເຈິ່ນມາຍແຮ້ງໄດ້ຮັບລາງວັນວັນນະຄະດີອາຊຽນ

ນັກປະພັນເຈິ່ນມາຍແຮ້ງໄດ້ຮັບລາງວັນວັນນະຄະດີອາຊຽນ - ảnh 1
( ນັກ​ປະພັນ​ ເຈິ່ນມາຍ​ແຮ້ງ​​ ກ່າວຄຳເຫັນທີ່ພິທີ )

(vovworld) - ຕອນ​ຄຳ່​ວັນ​ທີ 14/12, ຢູ່​ນະຄອນຫຼວງ​ບາງກອກ, ປະ​ເທ​ດ​ໄທ ​ໄດ້​ດຳ​ເນີນ​ພິທີ​ມອບ ລາງວັນ ​ວັນນະຄະດີ​ອາ​ຊຽນປີ 2015 ​ໃຫ້​ບັນດາ​ນັກ​ປະພັນ, ນັກ​ກະວີ​ທີ່​ດີ​ເດັ່ນ​ ຂອງ​ບັນດາ​ພື້ນຖານ​ວັນນະຄະດີ​ໃນ​ພາກ​ພື້ນ. ນັກ​ປະພັນ​ ເຈິ່ນມາຍ​ແຮ້ງ​​ ແມ່ນ​ຜູ້ຕາງໜ້າ​ຂອງ​ວັນນະຄະດີ​ຫວຽດນາມ ​ໄດ້​ຮັບ​ການ​ເຊີດ​ຊູ ​ແລະ ​ໄດ້​ຮັບ​ລາງວັນ ​ປີ 2015 ດ້ວຍ​ບົດ​ປະພັນ “ບົດ​ບັນທຶກ​ສົງຄາມ 1-2-3-4.75“. ບົດປະພັນ​ນີ້​ໜາ​ເກືອບ 600 ໜ້າ, ​ເຊິ່ງປະກອບ​ດ້ວຍ​ບັນດາ​ເອກະສານ​ສະບັບ​ຕົ້ນ, ​ໃນ​ນັ້ນ​ມີ​ເອກະສານ​ປິດ​ລັບ ​ເຊິ່ງ​ໄດ້​ຮັບ​ການ​ປະກາດ​ເປັນ​ເທື່ອ​ທຳ​ອິດ, ອັນ​ໄດ້​ພັນ​ລະນາ​ເຖິງສະພາບ​ຕົວ​ຈິງ​ໃນ​ຊຸມ​ວັນ​ເດືອນ​ສຸດ​ທ້າຍ​ຂອງ​ອຳນາດ​ການ​ປົກຄອງ ​ໄຊ​ງ່ອນ. ກ່າວ​ຄວາມ​ເຫັນ​ທີ່​ພິທີ, ນັກ​ປະພັນ ​ເຈິ່ນມາຍ​ແຮ້ງ​ ​ເນັ້ນ​ໜັກ​ວ່າ, ​ເລື່ອງ ບົດ​ປະພັນ “ບົດ​ບັນທຶກ​ສົງຄາມ 1-2-3-4.75“ ​ໄດ້​ຮັບ​ການ​ເຊີດ​ຊູ​ນັ້ນ ​ແມ່ນ​ໄດ້ “​ເຮັດ​ໃຫ້​ບັນດາ​ອະນຸສອນ​ກ່ຽວ​ກັບ​ສົງຄາມ ​ເຊິ່ງປະຊາຊົນ​ຫວຽດນາມ​ໄດ້​ຜ່ານ​ຜ່າການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ ດ້ວຍ​ຄວາມ​ພິລະ​ອາດ​ຫານ​ເພື່ອ​ມີ​ສັນຕິພາບ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບປະກົດ​ຂື້ນ“.

ລາງວັນ​ ວັນນະຄະດີ​ອາ​ຊຽນ ​ໂດຍ​ລາຊະວົງ​ໄທ​ກໍ່​ຕັ້ງ​ເມື່ອ​ປີ 1979. ລາງວັນ​ນີ້​ຖືກ​ມອບ​ປະຈຳ​ປີ ​ເພື່ອ​ເຊີດ​ຊູ​ບັນດາ​ນັກ​ປະພັນ, ນັກ​ກະວີ​ ທີ່​ມີ​ບົດ​ປະພັນ​ວັນນະຄະດີ​ທີ່​ດີ​ເດັ່ນ​ ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຂ່າວ/ບົດ​ອື່ນ