ນັກລາຍ​ງານ​​ພິ​ເສດ ສ​ປ​ຊ ຕີ​ລາ​ສູງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ

(VOVWORLD) - ທ່ານ ປ.ອ Surya Deva ໄດ້ຕີລາຄາສູງ ບັນດາຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ລັດຖະບານ ຫວຽດນາມ ໃນການສ້າງກອບນິຕິກຳ, ປະກາດເອກະສານກົດໝາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງສິດພັດະນາ.
ນັກລາຍ​ງານ​​ພິ​ເສດ ສ​ປ​ຊ ຕີ​ລາ​ສູງ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ - ảnh 1ທ່ານປ.ອ Surya Deva, ນັກລາຍງານພິເສດຂອງ ສປຊ (ພາບ: VOV)

ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ ແມ່ນເປັນໜ້າຮັບຮູ້ທີ່ສຸດ. ນັ້ນແມ່ນຂໍ້ສັງເກດຂອງ ທ່ານປ.ອ Surya Deva, ນັກລາຍງານພິເສດຂອງ ສປຊ ຢູ່ການຖະແຫຼງຂ່າວ ທີ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 15 ພະຈິກ, ຢູ່ຮ່າໂນ້ຍ ພາຍຫຼັງການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານປ.ອ Surya Deva ໃຫ້ຮູ້ວ່າ ທ່ານໄດ້ຢ້ຽມຢາມ ຫວຽດນາມ ໃນເວລາ 10 ວັນ ເພື່ອຊອກຫາໝາກຜົນບັນດາຄວາມມານະພະຍາຍາມຂອງ ລັດຖະບານ ຫວຽດນາມ ໃນວຽກງານຊຸກຍູ້ການຮ່ວມມືພັດທະນາ. ທ່ານຕີລາຄາສູງ ບັນດາຄວາມມານະພະຍາຍາມ ຂອງ ລັດຖະບານ ຫວຽດນາມ ໃນວຽກງານຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ ແລະ ເພີ່ມທະວີການໜູນຊ່ວຍສັງຄົມ. ເຖິງວ່າຖືກຜົນກະທົບຫຍໍ້ທໍ້ຂອງໂລກລະບາດໂຄວິດ - 19 ແລະ ການປະທະກັນໃນທົ່ວໂລກ, ແຕ່ຫວຽດນາມ ພວມບັນລຸໄດ້ບາດກ້າວທີ່ເປັນໜ້າປະທັບໃຈໃນການຫຼຸດຜ່ອນຄວາມທຸກຍາກຫຼາຍຂົ້ວ ແລະ ບັນດາຄວາມກ້າວໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຫຼຸດຜ່ອນການປ່ອຍອາຍພິດລົງເພື່ອຕອບສະໜອງຄຳໝັ້ນສັນຍາ ການປ່ອຍອາຍພິດລົງລະດັບ 0 ໃນປີ 2050.

ທ່ານ ປ.ອ Surya Deva ກໍ່ໄດ້ຕີລາຄາສູງ ບັນດາຄວາມມານະພະຍາຍາມຢ່າງຕັ້ງໜ້າຂອງ ລັດຖະບານ ຫວຽດນາມ ໃນການສ້າງກອບນິຕິກຳ, ປະກາດເອກະສານກົດໝາຍ, ນະໂຍບາຍທີ່ກ່ຽວຂ້ອງເຖິງສິດພັດະນາ.

ຕອບກັບ

ຂ່າວ/ບົດ​ອື່ນ