ນັກສຶກສາ ຫວຽດນາມ ລອດເຂົ້າຈຳນວນ 4 ທິມດີເດັ່ນ ໃນການເສັງນັກທຸລະກິດສາກົນ

ນັກສຶກສາ ຫວຽດນາມ ລອດເຂົ້າຈຳນວນ 4 ທິມດີເດັ່ນ      ໃນການເສັງນັກທຸລະກິດສາກົນ - ảnh 1
ນັກສຶກສາ ຫວຽດນາມ 4 ຄົນລອດເຂົ້າຮອບ 4 ທິມ
ພາບ: internet

(vovworld) -  ນັກ​ສຶກສາ​ຫວຽດນາມ 4 ຄົນ ຂອງ​ມະຫາ​ວິທະຍາ​ໄລ​ສາກົນ RMIT ຫວຽດນາມ ຫາ​ກໍ​ລອດ​ເຂົ້າ​ຮອບ 4 ທິມດີ​ເດັ່ນ​ໃນ​ການ​ເສັງ​ແກ້​ໄຂ​ກໍລະນີ​ດຳ​ເນີນ​ທຸລະ​ກິດ​ສາກົນ 2012 ​ໂດຍ KPMG  ຊຶ່ງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ອົງການ​ສະຫນອງການ​ບໍລິການ​ອາຊີບ​ໃຫຍ່​ສຸດ​ຢູ່​ໃນ​ໂລກ ຈັດ​ຕັ້ງ​ຂຶ້ນ​ຢູ່ ຮົ່ງກົງ. ​ເຖິງ​ວ່າ ​​ເປັນຄັ້ງທຳ​ອິດ ທີ່ຫວຽດນາມ ສົ່ງ​ນັກ​ສຶກສາ​ເຂົ້າ​ຮ່ວມ​ການ​ເສັງກໍ​ຕາມ ​ແຕ່​ໄດ້​ລື່ນ​ກາຍ​ບັນດາ​ປະ​ເທດທີ່​ມີ​ພື້ນຖານ​ການ​ສຶກສາ​ພັດທະນາ​ຄື: ອັງກິດ, ອາ​ເມ​ລິ​ກາ, ຍີ່​ປຸ່ນ, ຝລ່ັງ, ຈີນ. ​ໃນຮອບ​ຊີງ​ຊະນະ​ເລີດ, ທິມ ຫວຽດນາມ ຖືກ​ສະ​ເຫ​ນີ​ ​ໃຫ້ແກ້​ໄຂ​ກໍລະນີດຳ​ເນີນ​ທຸລະ​ກິດ​ທີ່​ກ່ຽວຂ້ອງ​ເຖິງ​ບໍລິສັດ​ການບິນ ​ແລະ ​ບັນ​ລະ​ຍາຍ​ມາດ​ຕະການ​ຕໍ່​ຄະນະ​ກຳມະການ​ກວດ​ສອບ​ຮອບ​ຊີງ​ຊະນະ​ເລີດ ຊື່​ງລວມມີ​ບັນດາ​ການ​ນຳ​ຂັ້ນ​ສູງ ​ແລະ ຄູ່​ຮ່ວມ​ມື​ຂອງ KPMG ​ໃນ​ທົ່ວ​ໂລກ. ຍັງ​ມີສາມ​ທິມອື່ນ​ອີກ​ກໍ​ໄດ້​ຄັດ​ເຫລືອ​​ເຂົ້າ​ຮອບ​ຊີງ​ຊະນະ​ເລີດ ນັ້ນ​ແມ່ນ: ​ແອດ​ສະ​ປາຍ, ຮົ່ງກົງ ​ແລະ ສະ​ວິດ ​ແລະ ລາງ​ວັນທີ​ຫນຶ່ງ​ແມ່ນ​​ໄດ້​ແກ່ທິມຂອງ​ມະຫາວິທະຍາ​ໄລ ຮົ່ງກົງ. ​ແຕ່​ຄະນະ​ກຳມະການ​ກວດ​ສອບ​ກໍ​ໄດ້​ຕີ​ລາຄາ​ສູງ​ທິມ RMIT ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ