ນັກສຶກສາກວ່າ 60.000 ຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018

(VOVWORLD) -ຕອນເຊົ້າວັນທີ 15 ກໍລະກົດ, ຢູ່ນະຄອນໂຮ່ຈີີມິນ, ສະຫະພັນຊາວໜຸ່ມຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັບສະມາຄົມນັກສຶກສາຫວຽດນາມນະຄອນ ໄດ້ຈັດຕັ້ງພິທີອອກເຄື່ອນພົນການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018 ດ້ວຍຫົວຂໍ້ວ່າ: ນັກຮົບອາສາສະໝັກລະດູແລ້ງຂຽວ ນະຄອນໂຮ່ຈີມິນ ມີຫົວຄິດປະດິດສ້າງ, ອາສາສະໝັກ ເພື່ອວົງຄະນະຍາດ.

ນັກສຶກສາກວ່າ 60.000 ຄົນເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018 - ảnh 1 ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ ເຂົ້າຮ່ວມພິທີອອກເຄື່ອນພົນ

(ພາບ: Viet Dung/sggp.org.vn)

        ກ່າວຄໍາເຫັນທີ່ພິທີ, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນໂຮ່ຈີມິນ, ໄດ້ຕີລາຄາສູງບັນດາໝາກຜົນທີ່ດີຂອງບັນດານັກຮົບອາສາສະໝັກ “ລະດູແລ້ງຂຽວ” ທີ່ປະຕິບັດໄດ້ໃນຊຸມປີຜ່ານມາ, ສະແດງໃຫ້ເຫັນຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ ແລະ ນໍ້າໃຈປະຈັນບານຂອງຊາວໜຸ່ມ.

        ໂດຍໄດ້ດໍາເນີນ ແຕ່ວັນທີ 15 ກໍລະກົດ ຫາ ວັນທີ 12 ສິງຫາ, ການເຄື່ອນໄຫວອາສາສະໝັກ “ລະດູແລ້ງຂຽວ” ຄັ້ງທີ 25 ປີ 2018 ໄດ້ດຶງດູດນັກສຶກສາກວ່າ 60.000 ຄົນເຂົ້າຮ່ວມ, ປະຕິບັດບັນດາການເຄື່ອນໄຫວອາສາສະໝັກສຸມໃສ່ 5 ເມືອງຢູ່ຊານນະຄອນໂຮ່ຈີມິນ, ບັນດາທ້ອງຖິ່ນເຂດຊາຍແດນທາງທິດຕາເວັນອອກສ່ຽງໃຕ້, ບັນດາແຂວງທາງທິດຕາເວັນຕົກສ່ຽງໃຕ້, ທາງພາກກາງ ແລະ ເຂດໄຕງວຽນ, ເກາະໂຖຈູ ( ຢູ່ຕາແສງໂຖເຈົາ, ເມືອງຟຸກັວກ, ແຂວງກຽນຢາງ) ແລະ  ຢູ່ສປປ.ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ