ນັກສຶກສາມາເລເຊຍເຂົ້າຮ່ວມບັ້ນເຄື່ອນໄຫວອາສາສະໜັກ “ລະດູຮ້ອນຂຽວ” ຢູ່ຫວຽດນາມ

(VOVWORLD) -ນັກສຶກສາ 62 ຄົນທີ່ມາຈາກບັນດາມະຫາວິທະຍາໄລຂອງມາເລເຊຍ ໄດ້ເຂົ້າຮ່ວມບັ້ນເຄື່ອນໄຫວອາສາສະໝັກ “ລະດູຮ້ອນຂຽວ” ປີ 2019, ເຊິ່ງດຳເນີນຢູ່ນະຄອນໂຮ່ຈິມິນ, ເລີ່ມແຕ່ວັນທີ 07 ກໍລະກົດ ແລະ ຈະແກ່ຍາວເປັນເວລາ 1 ເດືອນ.

ນັກສຶກສາມາເລເຊຍເຂົ້າຮ່ວມບັ້ນເຄື່ອນໄຫວອາສາສະໜັກ “ລະດູຮ້ອນຂຽວ” ຢູ່ຫວຽດນາມ - ảnh 1ນັກສຶກສາມາເລເຊຍເຂົ້າຮ່ວມບັ້ນເຄື່ອນໄຫວອາສາສະໜັກ “ລະດູຮ້ອນຂຽວ” ຢູ່ຫວຽດນາມ

(ພາບ: TTXVN)

ທ່ານປະທານສະມາຄົມນັກສຶກສາອາສາສະໝັກມາເລເຊຍ (YSS) Lee Lam Thye ໃຫ້ຮູ້ວ່າ, ບັນດານັກສຶກສາອາສາສະໝັກຂອງມາເລເຊຍ ຈະປະກອບຄວາມອາດສາມາດ ແລະ ເວລາຂອງຕົນເພື່ອປະຕິບັດບັນດາໂຄງການ ແລະ ການເຄື່ອນໄຫວ ແນໃສ່ໜູນຊ່ວຍບັນດາປະຊາຄົມທ້ອງຖິ່ນທີ່ມີຄວາມຕ້ອງການ. ບັນດານັກສຶກສາດັ່ງກ່າວຈະໜູນຊ່ວຍປະຊາຄົມຢູ່ 4 ແຫ່ງຂອງນະຄອນໂຮ່ຈິມິນ. ທ່ານ Lee Lam Thye ຫວັງວ່າ, ໃນການເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ, ບັນດານັກສຶກສາຂອງມາເລເຊຍ ຈະມີໂອກາດຊອກຮູ້ກ່ຽວກັບຊີວິດ ກໍຄືວັດທະນະທຳຂອງປະຊາຄົມທ້ອງຖິ່ນຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ