ນັກສຶກສາລາວຕ້ອນຮັບບຸນປີໃໝ່ລາວຢູ່ເຫ້ວ

(VOVWORLD) -ພິທີຕ້ອນຮັບບຸນປີໃໝ່ລາວ ໄດ້ຈັດຂຶ້ນຢ່າງພິຖີພິຖັນ ແລະ ເບີກບານມ່ວນຊື່ນ ດ້ວຍບັນດາພິທີຕາມຮີດຄອງປະເພນີຂອງລາວຄື: ພິທີບາສີສູ່ຂວັນ, ມັດແຂນ, ຫົດນ້ຳ, ຟ້ອນລຳວົງ ແລະ ອວຍພອນເຊິ່ງກັນລະກັນໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະໂຊກດີຕະຫຼອດປີ.

ໂດຍເຈືອຈານເຂົ້າກັບບັນຍາກາດຕ້ອນຮັບບຸນປີໃໝ່ລາວ 2018 (ພສ. 2561), ຕອນຄ່ຳວັນທີ 8 ເມສາ, ທີ່ນະຄອນເຫ້ວ, ມະຫາວິທະຍາໄລເຫ້ວໄດ້ສົມທົບກັບວິທະຍາໄລສ້າງຄູເທື່ອທຽນເຫ້ວ ຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເພື່ອຕ້ອນຮັບປີໃໝ່ໃຫ້ແກ່ນັກສຶກສາລາວ 500 ກວ່າຄົນທີ່ພວມສຶກສາຮ່ຳຮຽນຢູ່ເທື່ອທຽນເຫ້ວ.

        ພິທີຕ້ອນຮັບບຸນປີໃໝ່ລາວ ໄດ້ຈັດຂຶ້ນຢ່າງພິຖີພິຖັນ ແລະ ເບີກບານມ່ວນຊື່ນ ດ້ວຍບັນດາພິທີຕາມຮີດຄອງປະເພນີຂອງລາວຄື: ພິທີບາສີສູ່ຂວັນ, ມັດແຂນ, ຫົດນ້ຳ, ຟ້ອນລຳວົງ ແລະ ອວຍພອນເຊິ່ງກັນລະກັນໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະໂຊກດີຕະຫຼອດປີ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ລາວຢູ່ເຫ້ວ - ảnh 1 ພິທີບາສີສູ່ຂວັນ

(ພາບ: TTXVN)

 ສິ່ງເຫຼົ່ານັ້ນເຮັດໃຫ້ນັກສຶກສາລາວມີຄວາມຮູ້ສຶກໃກ້ຊິດ, ອົບອຸ່ນ ປຽບເໝືອນວ່າຕົນເອງພວມດຳລົງຊີວິດຢູ່ບ້ານເກີດເມືອງນອນຂອງຕົນ. ນອກຈາກນັ້ນ, ບັນດາຈຸດວັດທະນະທຳອັນດີງາມທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງດອກຈຳປາ ນັກສຶກສາລາວກໍໄດ້ແນະນຳຜ່ານວາດຟ້ອນອັນຄ່ອງແຄ່ວ ແລະ ການສະແດງສິລະປະຫຼາຍລາຍການອີກດ້ວຍ.

ນັກສຶກສາລາວຕ້ອນຮັບບຸນປີໃໝ່ລາວຢູ່ເຫ້ວ - ảnh 2ນັກສຶກສາລາວເດີນແບບດອາພອນລາວ

(ພາບ: TTXVN)

ຕາມປົກກະຕິແລ້ວ, ບຸນປີໃໝ່ລາວຈະໄດ້ດຳເນີນໃນເວລາສາມວັນ ແຕ່ວັນທີ 14 – 16 ເມສາ ປີ ຄ.ສ 2018.

ຕອບກັບ

ຂ່າວ/ບົດ​ອື່ນ