ນັກສຶກສາລາວ​ຢູ່ສະຖາບັນການຕ່າງປະເທດ ຕ້ອນຮັບບຸນປີໃໝ່ ພ.ສ 2561

(VOVWORLD) - ນອກຈາກບັນດາລາຍການສະແດງສິລະປະເປີດສາກລາຍການ, ແລ້ວຍັງມີພິທີບາສີສູ່ຂວັນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດລາວ
ນັກສຶກສາລາວ​ຢູ່ສະຖາບັນການຕ່າງປະເທດ ຕ້ອນຮັບບຸນປີໃໝ່ ພ.ສ 2561 - ảnh 1ພິທີບາສີສູ່ຂວັນ

ຕອນເຊົ້າວັນທີ 7 ເມສາ, ໃນບໍລິເວນສະຖາບັນພົວພັນຕ່າງປະເທດ ຮ່າໂນ້ຍ ໄດ້ຈັດຕັ້ງບຸນປີໃໝ່ລາວ ພ.ສ 2561. ເຂົ້າຮ່ວມພິທີມີຜູ້ຕາງໜ້າສະຖານທູດ ສປປ ລາວ ປະຈຳ ຫວຽດນາມ, ຜູ້ຕາງໜ້າຄະນະອຳນວຍການສະຖາບັນ ພ້ອມກັບນັກສຶກສາ, ນັກຄົ້ນຄ້ວາລາວ ແລະ ຫວຽດນາມ ກ່ວາ 100 ຄົນ. ນອກຈາກບັນດາລາຍການສະແດງສິລະປະເປີດສາກລາຍການ, ແລ້ວຍັງມີພິທີບາສີສູ່ຂວັນ, ບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງປະເທດລາວ, ບັນດາແຂກຖືກເຊີນ ຍັງໄດ້ພ້ອມກັນຟ້ອນລຳວົງ - ເຊິ່ງເປັນວາດຟ້ອນທີ່ເປັນເອກະລັກສະເພາະຂອງດິນແດນແຫ່ງດອກຈຳປາ. ປີໃດ ສະຖາບັນພົວພັນຕ່າງປະເທດ ກໍ່ສ້າງເງື່ອນໄຂຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ຮ່ຳຮຽນຢູ່ທີ່ນີ້. ປີນີ້, ພິທີຕ້ອນຮັບບຸນປີໃໝ່ໄດ້ຈັດຕັ້ງກ່ອນທິດໜຶ່ງເມື່ອທຽບໃສ່ງານບຸນທາງການ. ທ່ານນາງ ຟ້າມລານຢູງ, ຮອງຜູ້ອຳນວຍການສະຖາບັນ ໄດ້ຝາກເຖິງບັນດານັກສຶກສາ, ນັກຄົ້ນຄ້ວາລາວ ບັນດາຄຳອວຍພອນອັນດີງາມທີ່ສຸດໃນໂອກາດນີ້:

        “ໂດຍຕາງໜ້າໃຫ້ຄະນະຜູ້ອຳນວຍການສະຖາບັນ ຂໍຝາກໃຫ້ພວກເພື່ອນບັນດາຄຳອວຍພອນປີໃໝ່ດີງາມທີ່ສຸດ. ຂ້າພະເຈົ້າເອງມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ພົບປະກັບບັນດານັກສຶກສາລາວ ໃນງານບຸນນີ້, ຂ້າພະເຈົ້າໄດ້ຮັບຊົມບັນດາວາດຟ້ອນທີ່ເປັນເອກະລັກສະເພາະໂດຍບັນດານັກສຶກສາລາວສະແດງ, ມັນເຕັມໄປດ້ວຍພະລັງຊີວິດ, ສີສັນສົດໃສເພື່ອຕ້ອນຮັບປີໃໝ່. ຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນປີໃໝ່ຈົ່ງມີສຸຂະພາບເຂັ້ມແຂງ, ຍາມໃດກໍ່ເຕັມໄປດ້ວຍພະລັງຊີວິດຂອງໄວໜຸ່ມ, ສຳຄັນທີ່ສຸດແມ່ນຮ່ຳຮຽນໃຫ້ດີ ແລະ ມີຊ່ວງເວລາຮ່ຳຮຽນເຕັມໄປດ້ວຍຄວາມໝາຍເມື່ອຮຽນຢູ່ ຫວຽດນາມ.”

ນັກສຶກສາລາວ​ຢູ່ສະຖາບັນການຕ່າງປະເທດ ຕ້ອນຮັບບຸນປີໃໝ່ ພ.ສ 2561 - ảnh 2 ພາບປະກອບ

ຕອບກັບ

ຂ່າວ/ບົດ​ອື່ນ