ນັກສຶກສາຫວຽດນາມໄດ້ຮັບລາງວັນໃນການເສັງຂຽນວິພາກສາກົນ

ນັກສຶກສາຫວຽດນາມໄດ້ຮັບລາງວັນໃນການເສັງຂຽນວິພາກສາກົນ - ảnh 1
ທ້າວ ບູ່​ຍຢາຄ໋ວຽນ ນັກ​ສຶກສາ​ຊາວ
​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Tufts
(ພາບ: Tufts.edu)


(vovworld) - ບູ່​ຍຢາຄ໋ວຽນ, ນັກ​ສຶກສາ​ຊາວ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Tufts, ນະຄອນ Boston ລັດ Massachusetts, ອາ​ເມ​ລິ​ກາ, ​ໄດ້​ຜ່ານ​ຜ່າ​ຄູ່​ແຂ່ງ 148 ຄົນ ​ເພື່ອ​ຍາດ​ໄຊຊະນະ​ໃນການ ເສັງ​ຂຽນວິພາກ​ສາກົນ. ດ້ວຍ​ຜົນງານ​ນີ້, ຄ໋ວຽນ ຈະ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ Peter Drudker Global ຢູ່​ນະຄອນ​ວຽນ, ປະ​ເທດ ອົດ​ຕະລິດ ​ໃນ​ເດືອນ 11/2015. ກອງ​ປະຊຸມ​ສຳ​ມະ​ນາ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ໂລກ​ຫຼາຍ​ທ່ານ ​ແລະ ບັນດາ​ບຸກຄົນ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ສື່ສານ. ການ​ເສັງ​ນີ້ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​​ໃຫ້ນັກ​ສຶກສາ, ວິ​ສາ​ຫະກິດ​ໜຸ່ມ ກ່ຽວ​ກັບ​ບັນດາ​ບົດ​ປະພັນ​ຂອງທ່ານ  Ducker, ຊາວ​ອົດ​ຕະລິດ, ທັງ​ແມ່ນ​ຜູ້​ຊ່ຽວຊານ​ແຖວ​ໜ້າ​ໂລກ​ກ່ຽວ​ກັບ​ການ​ໃຫ້​ຄຳ​ປຶກສາ​ໃນ​ການ​ຄຸ້ມ​ຄອງ.

 

ຂ່າວ/ບົດ​ອື່ນ