ນັກອາສາສະໝັກ 300 ຄົນອອກເຄື່ອນພົນເພື່ອຮັບໃຊ້ Festival ເຫວ້ 2018

(VOVWORLD) - ວັນທີ 22 ເມສາ, ຄະນະຊາວໜຸ່ມແຂວງ ເທື່ອທຽນ-ເຫວ້ ໄດ້ຈັດຕັ້ງພິທີອອກເຄື່ອນພົນອາສາສະໝັກເພື່ອຮັບໃຊ້ Festival ເຫວ້ 2018.
ນັກອາສາສະໝັກ 300 ຄົນອອກເຄື່ອນພົນເພື່ອຮັບໃຊ້ Festival ເຫວ້ 2018 - ảnh 1 ພິທີອອກເຄື່ອນພົນອາສາສະໝັກເພື່ອຮັບໃຊ້ Festival ເຫວ້ 2018

ເພື່ອຄັດເລືອກເອົາກຳລັງອາສາສະໝັກແນໃສ່ຮັບໃຊ້ Festival ເຫວ້ 2018, ນັບແຕ່ຕົ້ນປີນີ້, ຄະນະຊາວໜຸ່ມແຂວງ ເທື່ອທຽນ-ເຫວ້ ໄດ້ເລືອກເຟັ້ນເອົາສະມາຊິກຊາວໜຸ່ມ, ­ໄວໜຸ່ມ, ນັກຮຽນ, ນັກສຶກສາທີ່ພວມຮ່ຳຮຽນ, ເຮັດວຽກ, ດຳລົງຊີວິດໃນບໍລິເວນແຂວງຈຳນວນ 300 ຄົນ. ນັກອາສາສະໝັກ ຫງວຽນຢູຟາດ ໃຫ້ຮູ້ວ່າ:

        “Festival ເຫວ້ ປີິນີ້, ພວກຂ້າພະເຈົ້າໄດ້ໜູນຊ່ວຍວຽກງານແນະນຳໃຫ້ນັກທ່ອງທ່ຽວຢູ່ບັນດາສະຖານທີ່ມີລາຍການ Festival ຖືກຈັດຕັ້ງຂຶ້ນ. ນອກນັ້ນ, ບັນດາງານບຸນຄື: ງານບຸນຕາມຄຸ້ມຖະໜົນ ໜູນຊ່ວຍບັນດາກອງສິລະປະກອນກ່ຽວກັບວຽກງານພະລາທິການ, ໜູນຊ່ວຍຄະນະຈັດຕັັ້ງກ່ຽວກັບຄວາມປອດໄພທາງຄົມມະນາຄົມ ແລະ ກໍ່ໂຄສະນາການທ່ອງທ່ຽວດ້ວຍວິທີແຈກຢາຍໃບປິວໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຢາມ ເຫວ້

        ດ້ວຍຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ - ເຫວ້ ຈຸດນັດພົບມີມໍລະດົກເຖິງ 5 ແຫ່ງ” Festival ເຫວ້ 2018 ຈະດຳເນີນແຕ່ວັນທີ 27 ເມສາ  ຫາວັນທີ 02 ພຶດສະພາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ