ນັກຮົບເຮືອນຮ້ານຕ້ອນຮັບລະດູບານໃໝ່, ບຸນເຕັດຢ່າງເບີກບານມ່ວນຊື່ນ

(VOVWORLD) -  ໃນຊຸມວັນນີ້, ບັນດາເຮືອນຮ້ານ DK1 ຂຶ້ນກັບໄຫຼ່ທະວີບທາງພາກໃຕ້ຂອງປະເທດ ຫວຽດນາມ ພວມຄຶກຄື້ນມ່ວນຊື່ນກະກຽມຕ້ອນຮັບບຸນເຕັດປະຈຳຊາດປີຊວດ 2020. 
ນັກຮົບເຮືອນຮ້ານຕ້ອນຮັບລະດູບານໃໝ່, ບຸນເຕັດຢ່າງເບີກບານມ່ວນຊື່ນ - ảnh 1 ນັກຮົບເຮືອນຮ້ານຕ້ອນຮັບລະດູບານໃໝ່, ບຸນເຕັດຢ່າງເບີກບານມ່ວນຊື່ນ

ບຸນເຕັດປີນີ້, ມີຂອງຂວັນທີ່ມີຄວາມໝາຍຫລາຍພູດ, ນັບທັງດ້ານວັດຖຸ ແລະ ຈິດໃຈໂດຍບັນດາຄະນະປະຕິບັດງານນຳມາມອບໃຫ້, ຊ່ວຍເຫຼືອພະນັກງານ, ນັກຮົບເຮືອນຮ້ານໄດ້ຕ້ອນຮັບບຸນເຕັດຢ່າງຄົບຖ້ວນ. ເຖິງວ່າໄດ້ຮັບບຸນເຕັດຢູ່ຫ່າງໄກກັບບ້ານເກີດເມືອງນອນ, ຄອບຄົວຫລາຍຄັ້ງກໍ່ຕາມ, ແຕ່ຮ້ອຍຕີ ຟ້າມນາມເຢິນ ຍາມໃດກໍ່ມີຄວາມຮູ້ສຶກເຖິງຄວາມອົບອຸ່ນ ແລະ ຄົບຖ້ວນກ່ຽວກັບນ້ຳໃຈມິດສະຫາຍ, ເພື່ອນຮ່ວມກົມກອງ.

        “ຕ້ອນຮັບບຸນເຕັດຢູ່ຫ່າງໄກກັບຄອບຄົວຄັ້ງໃດກໍ່ຄິດຮອດຄອບຄົວ, ຄິດຮອດບ້ານເກີດເມືອງນອນ ແຕ່ຂ້າພະເຈົ້າກໍ່ມີຄວາມອຸ່ນອ່ຽນໃຈ ຍ້ອນພໍ່ແມ່ປະຊາຊົນຢູ່ເຂດດິນຕໍ່ແຜນຍາມໃດກໍ່ມຸ່ງໜ້າມາຫາພວກຂ້າພະເຈົ້າ, ນອກຈາກໜ້າທີ່ກຽມພ້ອມສູ້ຮົບແລ້ວ, ພວກຂ້າພະເຈົ້າກໍ່ຈັດຕັ້ງບຸນເຕັດຢ່າງເບີກບານມ່ວນຊື່ນ, ຄົບຖ້ວນຄືຢູ່ເຂດດິນຕໍ່ແຜ່ນ.

        ເຖິງວ່າຢູ່ຫ່າງໄກກັບເຂດດິນຕໍ່ແຜ່ນກໍ່ຕາມ ແຕ່ສຳລັບບັນດາພະນັກງານ, ນັກຮົບເຮືອນຮ້ານ, ບັນຍາກາດບຸນເຕັດ ຍາມໃດກໍ່ມີຄວາມອົບອຸ່ນ ເຕັມໄປດ້ວຍລົດຊາດແຫ່ງບ້ານເກີດເມືອງນອນ, ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ