ນັກຮ້ອງ ດຶກຝຸກ ຍາດໄດ້ໄຊຊະນະໃນກການປະກວດດົນຕີ Intervision 2025
(VOVWORLD) - ສິ່ງທີ່ໄດ້ສ້າງຄວາມສົນໃຈເປັນພິເສດໃນລາຍການຂອງນັກຮ້ອງ ດຶກຝຸກ ແມ່ນຄວາມເຂັ້ມຂຸ້ນສີສັນ ຫວຽດນາມ, ຫັນເວທີສາກົນກາຍເປັນພາບພົດທີ່ມີຊີວິດຊີວາກ່ຽວກັບປະຫວັດສາດ ແລະ ວັດທະນະທຳຂອງຊາດ ຫວຽດນາມ.
ດ້ວຍໄຊຊະນນີ້, ນັກຮ້ອງ ດຶກຝູກ ບໍ່ພຽງແຕ່ຄວ້າໄດ້ຂັນອັນສູງສົ່ງເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນກຳລັງດູດດື່ມຂອງດົນຕີ ຫວຽດນາມ ໃນແຜນທີ່ໂລກອີກດ້ວຍ. |
ລາຍການສະແດງສົມທົບລະຫວ່າງດົນຕີພື້ນເມືອງ ກັບ ຣາບ ຂອງນັກຮ້ອງດຶກຝຶກໃນບົດເພງ “ຝູ່ດົງທຽນເວືອງ” ໄດ້ຮັບການຕີລາຄາສູງຈາກຄະນະກຳມະການສາກົນ, ຊ່ວຍໃຫ້ນັກຮ້ອງຊາຍຄົນນີ້ບັນລຸ 422 ຄະແນນ, ຄວ້າໄດ້ລາງວັນທີ 1 ໃນການປະກວດດົນຕີສາກົນ Intervision 2025, ໄດ້ດຳເນີນໃນຕອນຄ່ຳວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ຢູ່ສະໜາມກິລາ Live Arena, ຢູ່ຊານເມືອງ ມົດສະກູ, ລັດເຊຍ.
ສິ່ງທີ່ໄດ້ສ້າງຄວາມສົນໃຈເປັນພິເສດໃນລາຍການຂອງນັກຮ້ອງ ດຶກຝຸກ ແມ່ນຄວາມເຂັ້ມຂຸ້ນສີສັນ ຫວຽດນາມ, ຫັນເວທີສາກົນກາຍເປັນພາບພົດທີ່ມີຊີວິດຊີວາກ່ຽວກັບປະຫວັດສາດ ແລະ ວັດທະນະທຳຂອງຊາດ ຫວຽດນາມ. ລາຍການ “ຝູ່ດົງທຽນເວືອງ”, ໂດຍນັກດົນຕີ ໂຮ່ຮວ່າຍແອັງ ແຕ່ງ ໄດ້ເລີ່ມມາຈາກແຫຼ່ງບັນດານໃຈຈາກເທບນິຍາຍ ນັກວິລະຊົນ ແທັງຢອັງ ຕີຊະນະສັດຕູ ຜູ້ທີ່ມີຊື່ສຽງຂອງ ຫວຽດນາມ. ຈຸດເນັ້ນໜັກຂອງລາຍການແມ່ນສ່ວນຫຼາຍບົດເພງໄດ້ຮ້ອງດ້ວຍພາສາ ຫວຽດ ແລະ ມີການສະຫຼັບກັບພາສາອັງກິດຈຳນວນໜຶ່ງເພື່ອແນະນຳຫົວຂໍ້, ອັນໄດ້ຮັບການຕີລາຄາສູງຈາກຜູ້ຊົມສາກົນ.
ດ້ວຍໄຊຊະນນີ້, ນັກຮ້ອງ ດຶກຝູກ ບໍ່ພຽງແຕ່ຄວ້າໄດ້ຂັນອັນສູງສົ່ງເທົ່ານັ້ນ ຫາກຍັງປະກອບສ່ວນຢັ້ງຢືນກຳລັງດູດດື່ມຂອງດົນຕີ ຫວຽດນາມ ໃນແຜນທີ່ໂລກອີກດ້ວຍ.