ນັກ​ຮຽກ​ຮູ້ ແບນ​ຊິກ​ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ຊາດ ຫວຽດ​ນາມ

(VOVWORLD) - ທ່ານ Bert De Belder, ຫົວໜ້າຄະນະພົວພັນສາກົນ, ພັກແຮງງານແບນຊິກ ໃຫ້ຮູ້ວ່າ ນັບແຕ່ຄາວຍັງເປັນນັກສຶກສາ, ທ່ານກໍ່ໄດ້ຮູ້ຈັກເຖິງປະທານໂຮ່ຈີມິນ ແລະ ມີຄວາມເຄົາລົບນັບຖືເພິ່ນທີ່ສຸດ. 
ນັກ​ຮຽກ​ຮູ້ ແບນ​ຊິກ​ເຊີດ​ຊູ​ປະ​ທານ​ໂຮ່​ຈີ​ມິນການ​ນຳ​ຜູ້​ຍິ່ງ​ໃຫຍ່​ຂອງ​ຊາດ ຫວຽດ​ນາມ - ảnh 1ທ່ານ Bert De Belder, ຫົວໜ້າຄະນະພົວພັນສາກົນ, ພັກແຮງງານແບນຊິກ ແນະນຳປຶ້ມ,ມີບັນດາບົດຂຽນຂອງປະທານໂຮ່ຈີມິນ ດ້ວຍພາສາໂຮນລັງ ແລະ ພາສາຝລັ່ງລຸງໂຮ່ (ພາບ: TTXVN)

ງານວາງສະແດງກ່ຽວກັບ ຊີວິດການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈີມິນ ຫາກໍ່ດຳເນີນຢູ່ສະຖານທູດ ຫວຽດນາມ ປະຈຳນະຄອນຫຼວງ Brussels ໄດ້ດຶງດູດການເຂົ້າຮ່ວມຂອງເພື່ອນມິດແບນຊິກ ແລະ ສາກົນເປັນຈຳນວນຫຼາຍ. ນີ້ແມ່ນໂອກາດເພື່ອໃຫ້ຜູ້ຮັກຫອມສັນຕິພາບໃນທົ່ວໂລກມີຄວາມເຂົ້າໃຈແຈ້ງກ່ວາກ່ຽວກັບຜູ້ນຳທີ່ແສນເຄົາລົບຮັກຂອງຊາດ ຫວຽດນາມ.

ທ່ານ Bert De Belder, ຫົວໜ້າຄະນະພົວພັນສາກົນ, ພັກແຮງງານແບນຊິກ ໃຫ້ຮູ້ວ່າ ນັບແຕ່ຄາວຍັງເປັນນັກສຶກສາ, ທ່ານກໍ່ໄດ້ຮູ້ຈັກເຖິງປະທານໂຮ່ຈີມິນ ແລະ ມີຄວາມເຄົາລົບນັບຖືເພິ່ນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ຫວ່າງໆມານີ້ ເມື່ອອ່ານບັນດາຜົນງານເພື່ອເລືອກເອົາ ບັນດາບົດຂຽນຂອງປະທານໂຮ່ຈີມິນ ພິມຈຳໜ່າຍດ້ວຍພາສາໂຮນລັງ, ພາສາຝລັ່ງ, ທ່ານຈິ່ງໄດ້ຄົ້ນຫາຫຼາຍແງ່ມູນ, ຄວາມເກັ່ງກ້າສາມາດ ແລະ ຄຸນສົມບັດທີ່ສຳຄັນຂອງເພິ່ນ.

ສຳລັບທ່ານນາງ  Barbara Plinkert, ຫົວໜ້າກົມອາຊີຕາເວັນອອກສ່ຽງໃຕ້, ອົງການພົວພັນຕ່າງປະເທດເອີລົບ (EEAS) ແລ້ວ, ສິ່ງທີ່ເຮັດໃຫ້ທ່ານນາງມີຄວາມປະທັບໃຈຕໍ່ປະທານໂຮ່ຈີມິນແມ່ນການດຳເນີນຊີວິດເຄື່ອນໄຫວປະຕິວັດທີ່ສຸດຈິດສຸດໃຈ, ພ້ອມທັງເຄົາລົບວິທີການເຊິ່ງເພິ່ນສ້າງແຫຼ່ງບັນດານໃຈ ແລະ ຕິດພັນປະຊາຊົນທີ່ມາຈາກບັນດາປະເທດທີ່ແຕກຕ່າງກັນ ເພື່ອເປົ້າໝາຍຕໍ່ສູ້ໃຫ້ແກ່ພື້ນຖານເອກະລາດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ