ນັກຮຽນທຸກຍາກຢູ່ບັນດາແຂວງທາງພາກກາງ ໄດ້ຮັບທຶນສຶກສາ

ນັກຮຽນທຸກຍາກຢູ່ບັນດາແຂວງທາງພາກກາງ ໄດ້ຮັບທຶນສຶກສາ  - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ມອບ​ທຶນ​ສຶກສາໃຫ້​ແກ່​ນັກຮຽນ​ປະສົບ​ກັບ​ຄວາມທຸກ​ຍາກ​ເປັນ​ພິ​ເສດ
(ພາບ: radiovietnam.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 13 ສິງຫາ, ຢູ່​ແຂວງ​ກວາງ​ນາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ, ປະທານ​ສະມາຄົມຊ່ວຍເຫຼືອ, ກອງ​ທຶນ​ຊ່ວຍເຫຼືອເດັກ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ 440 ທຶນ​ສຶກສາ, ​ແຕ່​ລະ​ພຸດ​ມີ​ມູນ​ຄ່າ 3 ລ້ານ​ດົງ ​ແລະ ທຶນ ​40 ສຶກສາ​ໄລຍະ​ຍາວ, ​ແຕ່​ລະ​ພຸດ​ມີ​ມູນ​ຄ່າ 5ລ້ານ​ດົງ/ປີ ​ໃຫ້​ແກ່​ບັນດາ​ນັກຮຽນ​ປະສົບ​ກັບ​ຄວາມຫຍຸ້ງ​ຍາກ​ເປັນ​ພິ​ເສດ, ​ແຕ່ບື່​ນຕົວ​ຂຶ້ນ​ບັນລຸ​ໄດ້ຜົນ​ງານ​ດີ​ເດັ່ນ​ໃນ​ການ​ຮໍ່າຮຽນ​ຂອງ 4 ​ແຂວງ​ຄື: ​ແຂວງ​ກວາງ​ນາມ, ກວາງ​ຫງ້າ​ຍ, ບິ່ງ​ດິ້ງ ​ແລະ ຟຸ໋ອຽນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ທຶນ​ສຶກສາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ ພັກ, ລັດ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ນັກຮຽນ​ທຸກ​ຍາກ, ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ ​ເພື່ອ​ໃຫ້​ພວກ​ນ້ອງ​ສາມາດ​ໄປໂຮງຮຽນ, ​ມີຊີວິດໃນ​ຄວາມ​ຮັກ​ຂອງວົງຄະນະຍາດ.

        ນັບ​ແຕ່​ປີ 2012, ພາຍຫຼັງ​ໂຄງການ​ມອບທຶນ​ສຶກສາ “ພ້ອມ​ກັບນ້ອງ​​ໄປ​ໂຮງຮຽນ” ​ແລະ ​ໂຄງການ “ນ້ອງ​ບໍ່​ຕ້ອງ​ຂາດ​ຮຽນ” ​ໄດ້​ຮັບການປຸກລະດົມ, ​ມີ​ນັກຮຽນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ 4.600 ຄົນຂອງ 37 ​ແຂວງ, ນະຄອນ​​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ທຶນ​ສຶກສາ.
ຂ່າວ/ບົດ​ອື່ນ