ນັກຮຽນຮູ້ຝ່າຍຕາເວັນຕົກຕີລາຄາສູງລັກສະນະຄາດຄະເນໃນບັນດາບົດຂຽນຕ້ານການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນຂອງປະທານໂຮ່ຈີມິນ

(VOVWORLD) -ທ່ານ Luis Silva ຜູ້ກວດແກ້ປື້ມ “ໂຮ່ຈີມິນ: ເຜົ່າພັນຊາວຜິວດຳ ແລະ ບັນດາບົດຂຽນທີ່ໄດ້ຄັດເລືອກກ່ຽວກັບການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ”ແບ່ງປັນວ່າ: ບັນດາບົດຂຽນຂອງທ່ານປະທານໂຮ່ຈີມິນ ໄດ້ຊ່ວຍໃຫ້ທ່ານມີຄວາມເຂົ້າໃຈແຈ້ງສາຍເຫດຂອງລັດທິການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ. 
ນັກຮຽນຮູ້ຝ່າຍຕາເວັນຕົກຕີລາຄາສູງລັກສະນະຄາດຄະເນໃນບັນດາບົດຂຽນຕ້ານການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນຂອງປະທານໂຮ່ຈີມິນ - ảnh 1“ໂຮ່ຈີມິນ: ເຜົ່າພັນຊາວຜິວດຳ ແລະ ບັນດາບົດຂຽນທີ່ໄດ້ຄັດເລືອກກ່ຽວກັບການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ”, ພາບ: ສຳນັກຂ່າວສານຫວຽດນາມ

ທ່ານປະທານໂຮ່ຈີມິນ ຕີລາຄາວ່າ ພາຍໃຕ້ລັດທິຈັກກະພັດ, “ຊີວິດຂອງຊາວຜິວດຳແມ່ນລຳບາກກາກກຳທີ່ສຸດ”. ບັນດາບົດຂຽນຂອງທ່ານປະທານໂຮ່ຈີມິນ ແມ່ນຕັກເຕືອນໃຫ້ປະຊາຄົມອາຊີ ແລະ ປະຊາຄົມຊາວຜິວດຳ ຫນູນຊ່ວຍເຊິ່ງກັນແລະກັນໃນການຕໍ່ສູ້ຕ້ານການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນທີ່ພວມເກີດຂຶ້ນ.

ນີ້ແມ່ນຂໍ້ສັງເກດຂອງທ່ານ Joe Pateman, ຜູ້ຊ່ຽວຊານຄົ້ນຄ້ວາດ້ານການເມືອງ ຂອງມະຫາວິທະຍາໄລ Nottingham ອັງກິດ ພາຍຫລັງ ອ່ານປື້ມ “ໂຮ່ຈີມິນ: ເຜົ່າພັນຜິວດຳ ແລະ ບັນດາບົດຂຽນທີ່ໄດ້ຄັດເລືອກກ່ຽວກັບການການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ” ໂດຍສາດສະດາຈານ ຫງວຽນດາຍຈາງ ຮຽບຮຽງ. ທ່ານ Joe Pateman ແມ່ນຫນຶ່ງໃນບັນດານັກບັນລະຍາຍຕົ້ນຕໍ ທີ່ກອງປະຊຸມສຳມະນາໂດຍກົງກ່ຽວກັບບັນດາບົດຂຽນຕ້ານການປະພຶດຕໍ່ເຊື້ອຊາດເຜົ່າພັນຂອງທ່ານປະທານໂຮ່ຈີມິນ ໂດຍສູນຄົ້ນຄ້ວາອາຊີ ຂອງ ມະຫາວິທະຍາໄລ York ຢູ່ Toronto ປະເທດການາດາ ຈັດຂຶ້ນໃນວັນທີ 19 ກຸມພາ. ກອງປະຊຸມແມ່ນນອນໃນເຫດການປະຫວັດສາດຂອງຊາວຜິວດຳຢູ່ ການາດາ ປີ 2022.

ຕາມທ່ານ Joe Patemanແລ້ວ, ທ່ານປະທານໂຮ່ຈີມິນ ມີຄວາມເອົາໃຈໃສ່ເຖິງຊີວິດຂອງຊາວຜິວດຳ ແລະ ການຕໍ່ສູ້ທວງເອົາຄວາມສະເຫມີພາບມາໃຫ້ເຂົາເຈົ້າ. ທ່ານປະທານໂຮ່ຈີມິນ ແມ່ນຫນຶ່ງໃນບັນດາການນຳກອມມູນິດ ອາຊີ ທຳອິດ ຂຸດຄົ້ນບັນດາບັນຫາຊື່ງປະຊາຄົມ ຊາວຜິວດຳຕ້ອງປະເຊີນຫນ້າ ແລະ ຊຸກຍູ້ຂະບວນການເສລີພາບຂອງເຂົາເຈົ້າ.  ສ່ວນທ່ານ Luis Silva ຜູ້ກວດແກ້ປື້ມ “ໂຮ່ຈີມິນ: ເຜົ່າພັນຊາວຜິວດຳ ແລະ ບັນດາບົດຂຽນທີ່ໄດ້ຄັດເລືອກກ່ຽວກັບການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ”ກໍ່ແມ່ນນັກບັນລະຍາຍຕົ້ນຕໍຢູ່ກອງປະຊຸມສຳມະນາກໍ່ແບ່ງປັນວ່າ: ບັນດາບົດຂຽນຂອງທ່ານປະທານໂຮ່ຈີມິນ ໄດ້ຊ່ວຍໃຫ້ທ່ານມີຄວາມເຂົ້າໃຈແຈ້ງສາຍເຫດຂອງລັດທິການຈຳແນກປະພຶດຕໍ່ເຊື້ອຊາດເຜົ່າພັນ.

ນັກຮຽນຮູ້ຝ່າຍຕາເວັນຕົກຫລາຍທ່ານ ກໍ່ມີຂໍ້ສັງເກດວ່າ: ບັນດາບົດຂຽນຂອງທ່ານປະທານໂຮ່ຈີມິນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງສຸດຈິດສຸດໃຈຂອງເພີ່ນທີ່ມີຕໍ່ກິດຈະການປົດປ່ອຍຊາວຜິວດຳ ແລະ ມາຮອດປະຈຸບັນ ຍັງມີລັກສະນະສະຖານະການສູງ.

ຕອບກັບ

ຂ່າວ/ບົດ​ອື່ນ