ນັກຮຽນຮູ້ພາຍໃນປະເທດແລະສາກົນເກືອບ100ຄົນເຂົ້າຮ່ວມກອງປະຊຸມສຳມະນາສາກົນ

ນັກຮຽນຮູ້ພາຍໃນປະເທດແລະສາກົນເກືອບ100ຄົນເຂົ້າຮ່ວມກອງປະຊຸມສຳມະນາສາກົນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຂ້ໍ​ກຳນົດນິຕິ​ທຳ​ຂອງ​ເກາະ
ຫາດ​ດອນຫີນ​ໃນ​ກົດໝາຍ​ສາກົນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ”
(ພາບ: TTXVN)

(vovworld) - ວັນ​ທີ 17/08 ຢູ່​ນະຄອນ ຍາ​ຈາງ ​ແຂວງ ​ແຄ໋ງຮ່ວາ ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ຂ້ໍ​ກຳນົດນິຕິ​ທຳ​ຂອງ​ເກາະ, ຫາດ​ດອນຫີນ​ໃນ​ກົດໝາຍ​ສາກົນ ​ແລະ ພຶດຕິ​ກຳ​ຕົວ​ຈິງ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ​ໂດຍ​ມະຫາວິທະຍາ​ໄລ ຟ້າ​ມ​ວັນ​ດົ່ງ ​ແລະ ມະຫາວິທະຍາ​ໄລ ຍາ​ຈາງ ສົມທົບ​ກັນ​ຈັດ​ຕັ້ງ ​ໃນ​ລະຫວ່າງ​ວັນ​ທີ 17 – 18/08.

        ​ໃນ​ການ​ປະຊຸມ​ຂ່າວ​ທີ່​ດຳ​ເນີນ​ໃນ​ຕອນ​ບ່າຍ​ວັນ​ທີ 16/08, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ມີ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ເກືອບ 100 ຄົນ, ລວມມີ​ບັນ​ດາ​ນັກຮຽນ​ຮູ້, ນັກຄົ້ນຄວ້າ​ສາກົນ​ທີ່​ມາ​ຈາກ​ສະ​ຖາ​ບັນ​ຄົ້ນຄວ້າ, ມະຫາວິທະຍາ​ໄລ​ຕ່າງໆ​ຢູ່ ອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຍີ່ປຸ່ນ, ຟີ​ລີບ​ປິນ, ອິນ​ເດຍ ​ແລະ ຫວຽດນາມ. ​ເນື້ອ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ເຂົ້າ 3 ບັນ​ຫາ​ຕົ້ນຕໍ​ລວມມີ: ຂໍ້​ກຳນົດ​ນິຕິ​ທຳ​ຂອງ​ເກາະ ​ແລະ ຫາດ​ດອນຫີນ​ໃນ​ກົດໝາຍ​ສາກົນ; ການ​ຂັດ​ແຍ້​ງອະທິປະ​ໄຕ​ສຳ​ລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ຶອງຊາ; ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ກ່ຽວ​ກັບກໍລະນີ​ຮ້ອງ​ຟ້ອງ​ທະ​ເລ​ຕາ​ເວັນ​ອອກ​ລະຫວ່າງ ຟີ​ລີບ​ປິນ ​ແລະ ຈີນ. ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ກາລະ​ໂອກາດ ​ເພື່ອ​ໃຫ້​ບັນດາ​ນັກຮຽນ​ຮູ້​ພາຍ​ໃນ​ປະ​ເທດ ​ແລະ ຕ່າງປະ​ເທດ​ເຮັດ​ແຈ້ງ​ກົດ​ລະບຽບ​ນິຕິ​ທຳ​ຕາມ​ບັນດາ​ຂໍ້​ກຳນົດ​ຂອງ​ກົ​ດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນ​ທິສັນຍາ​ກ່ຽວ​ກັບ​ກົ​ດໝາຍວ່າ​ດ້ວຍ​ທະ​ເລ​ປີ 1982. ພ້ອມ​ທັງ ກອງ​ປະຊຸມ​ສຳ​ມະ​ນາ​ກໍ່​ສືບ​ຕໍ່​ເຮັດ​ແຈ້ງ​ອະທິປະ​ໄຕ​ຂອງ ຫວຽດນາມ ສຳ​ລັບ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ. ​

        ​ໃນ​ການ​ຜັນ​ແປໜຶ່ງ​ທີ່​ກ່ຽວຂ້ອງ, ວັນ​ທີ 16/08 ຢູ່ ຮ່າ​ໂນ້ຍ. ສະມາຄົມ​ວິທະຍາສາດ​ປະຫວັດສາດ ຫວຽດນາມ ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ຄຳ​ຕັດສິນ​ຂອງ​ສານ​ອະນຸຍາ​ໂຕ​ຕຸລາການ​ກ່ຽວ​ກັບ​ກໍລະນີ ຟີ​ລີບ​ປິນ ຮ້ອງ​ຟ້ອງ ຈີນ ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ອະທິບາຍ ​ແລະ ນຳ​ໃຊ້​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ