ນັກ​ຮຽນ​ຮູ້​ລັດ​ເຊຍ ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ

(VOVWORLD) -ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍປະຈຳ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບົດບາດສຳຄັນຂອງ ພັກກອມມູນິດ ຫວຽດນາມ ໃນການນຳພາວິກິດການສ້າງສາ ແລະ ພັດທະນາປະເທດຊາດ, ດ້ວຍບັນດາຜົນງານທີ່ເປັນໜ້າຮັບຮູ້

ວັນທີ 19 ທັນວາ, ໄດ້ດຳເນີນກອງປະຊຸມສຳມະນາວິທະຍາສາດສາກົນ ທາງອອນລາຍ “ບົດບາດປ່ຽນແປງຂອງ ຫວຽດນາມ ໃນໂລກປັດຈຸບັນ: ມຸ່ງໄປສູ່ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ”. ກອງປະຊຸມສຳມະນາໂດຍສະຖາບັນ ໂຮ່ຈີມິນ ຂຶ້ນກັບມະຫາວິທະຍາໄລສັງລວມແຫ່ງຊາດ Saint Petersburg ຈັດຂຶ້ນ, ດ້ວຍການເຂົ້າຮ່ວມຂອງ ບັນດານັກຮຽນຮູ້ທີ່ມີອິດທິພົນຊື່ສຽງຂອງລັດເຊຍ, ກາຊັກສະຖານ, ອິນໂດເນເຊຍ, ສປປ.ເກົາຫຼີ, ຫວຽດນາມ.

ໃນບົດກ່າວປາໄສທີ່ສະຖານທີ່ເຊື່ອມຕໍ່ຢູ່ ຮ່າໂນ້ຍ, ທ່ານ Konstantin Vnukov ເອກອັກຄະລັດຖະທູດ ລັດເຊຍປະຈຳ ຫວຽດນາມ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບົດບາດສຳຄັນຂອງ ພັກກອມມູນິດ ຫວຽດນາມ ໃນການນຳພາວິກິດການສ້າງສາ ແລະ ພັດທະນາປະເທດຊາດ, ດ້ວຍບັນດາຜົນງານທີ່ເປັນໜ້າຮັບຮູ້ ຄື: ເສດຖະກິດມີການເຕີບໂຕສູງໃນຫຼາຍປີ, ຫວຽດນາມ ນັບມື້ນັບເຊື່ອມໂຍງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຄົມສາກົນ.ພິເສດ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດຮັກສາໄດ້ທ່າເຕີບໂຕເສດຖະກິດ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19. ສ່ວນທ່ານ ໂງດຶກແມັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລັດເຊຍ ໄດ້ເນັ້ນໜັກວ່າ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມມີຄວາມໝາຍພິເສດໃນການເຄື່ອນໄຫວດ້ານການເມືອງ ຂອງ ຫວຽດນາມ.

ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ລັດເຊຍ ແລະ ສາກົນໄດ້ສຸມໃສ່ປຶກສາຫາລືບັນດາຈຸດພົ້ນເດັ່ນໃນນະໂຍບາຍທາງການທູດ ແລະ ຍຸດທະສາດພັດທະນາຂອງ ຫວຽດນາມ, ບັນດາຜົນງານຂອງ ຫວຽດນາມໃນບັນດາຂົງເຂດ ເສດຖະກິດ - ການເມືອງ - ສັງຄົມໃນໄລຍະຜ່ານມາ… ມີບົດປະກອບຄຳເຫັນຫລາຍບົດຊີ້ແຈ້ງວ່າ ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19 ບົດບາດຂອງ ຫວຽດນາມ ໃນເວທີສາກົນ ນັບມື້ນັບເພີ່ມຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ