ນັກຮຽນຮູ້ສາກົນມີຄວາມວິຕົກວັງວົນຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ

ນັກຮຽນຮູ້ສາກົນມີຄວາມວິຕົກວັງວົນຕໍ່ການກະທຳຂອງຈີນຢູ່ທະເລຕາເວັນອອກ - ảnh 1
ຈີນ ໄດ້ຜັນຂະຫຍາຍກຳປັ່ນລຳໃຫຍ່ຫຼາຍລຳເພື່ອປ້ອງກັນຮ້ານເຈາະນ້ຳມັນ
(ພາບ: baodatviet.vn)

(vovworld) –  ​ວັນ​ທີ 5/6, ຢູ່​ສະ​ຖາ​ບັນ​ການ​ພົວພັນ​ສາກົນ ນອກ​ເວ (NUPI)  ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ປ້ອງ​ກັນ​ຄວາມ​ສະຫງົບຢູ່​ທະ​ເລ​ ອາຊີ ຕາ​ເວັນ​ອອກ”. ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ສຸມ​ໃສ່​ເຂົ້າ​ໃນ​ບັນດາການ​ທ້າ​ທາຍ​ທີ່​ມີ​ຕໍ່​ຄວາມ​ສະຫງົບ​ປອດ​ໄພ​ທະ​ເລ​ ອາຊີ ຕາ​ເວັນ​ອອກ, ​ໂດຍລະອຽດ​​ແມ່ນ: ບັນດາ​ການ​ຄວາມ​ເຄັ່ງ​ຕຶງ​ໃໝ່​ທີ່ສາມາດ​ກໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ຢູ່​ທະ​ເລ ຮວາ​ຕູ​ງ ​ແລະ ທະ​ເລ​ຕາ​ເວັນ​ອອກ, ຄຳ​ຮຽກຮ້ອງ​ຕ້ອງການ​ຢ່າງຮີບ​ດ່ວນ​ໃນ​ການ​ສ້າງ​ຄວາມ​ໄວ​້​ເນື້ອ​​ເຊື່ອ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່ທະ​ເລ ອາຊີ - ປາຊີ​ຟິກ. ກ່ຽວ​ກັບ​ຄວາມ​ສະຫງົບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ຜູ້​ແທນ​​ມີ​ຄວາມ​ວິຕົກ​ວັງ​ວົນພິ​ເສດຕໍ່​ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ​ຂອງ ຈີນ​ ​ເມື່ອ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ, ຖື​ວ່າ, ສິ່ງ​ດັ່ງກ່າວ​ພວມ​ກໍ່​ຄວາມ​ວິຕົກ​ວັງ​ວົນກ່ຽວ​ກັບ​ຄວາມ​ໝັ້ນຄົງ ​ປອດ​ໄພ​​ໃນການ​ເດີນ​ທະ​ເລ​ສາກົນ. ຕາມ​ບັນດາ​ຜູ້​ແທນ​ແລ້ວ, ​ເລື່ອງ ຈີນ ຮຽກຮ້ອງ​ອຳນາດ​ຜະ​ເດັດ​ກາ​ນອັນ​ທີ່​ເ​ອີ້​ນວ່າ “​ເສັ້ນ​ລີ້ນ​ງົວ 9 ຕອນ” ​ໃນ​ທະ​ເລ​ຕາ​ເວັນ​ອອກ​​ແມ່ນ​ບໍ່​ມີ​ພື້ນຖານ​ນິຕິ​ກຳ​ຢ່າງ​ສົມບູນ​.


ຂ່າວ/ບົດ​ອື່ນ