ນັກຮຽນຮູ້ອົດສະຕາລີ: ການກະທຳຂອງບໍລິສັດໃຫຍ່ນ້ຳມັນມະຫາສະມຸດຈີນເພື່ອຈຸດປະສົງດ້ານການເມືອງ

ນັກຮຽນຮູ້ອົດສະຕາລີ: ການກະທຳຂອງບໍລິສັດໃຫຍ່ນ້ຳມັນມະຫາສະມຸດຈີນເພື່ອຈຸດປະສົງດ້ານການເມືອງ - ảnh 1
ກຳປັ່ນ ຈີນ ພວມຕຳ່ໃສ່ກຳປັ່ນຂອງຫວຽດນາມ


(vovworld)- ວັນ​ທີ 9/5, ຫນັງສືພິມ The Interpreter ຂອງ​ສະ​ຖາ​ບັນນະ​ໂຍບາຍ​ສາກົນ Lowy ມີ​ສຳນັກງານ​ຕັ້ງ​ຢູ່ Sydney ປະ​ເທດ ອົດ​ສະ​ຕາ​ລີ ​ໄດ້​ຄັດ​ສະ​ຫນີ​ຄຳ​ເຫັນ​ຂອງ​ນັກຮຽນ​ຮູ້ Julian Snelder ​ໂດຍ​ຖື​ວ່າ: ບັນດາ​ນັກ​ການ​ເມືອງ ອາ​ເມ​ລິ​ກາ ມີ​ຄວາມ​ວິຕົກ​ກັງວົນ​ຕໍ່ຫນ້າ​ການ​ນາບ​ຂູ່​ກ່ຽວ​ກັບ​ດ້ານ​ເສດຖະກິດ ​ແລະ ການ​ເມືອງ ​ໂດຍ​ບໍລິສັດ​ໃຫຍ່​ນ້ຳມັນ​ມະຫາ​ສະມຸດ​ຈີນ ກໍ່​ຂຶ້ນ. ​ ເລ່ືອງ​ຈີນ​ ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ກະທຳ​ເພື່ອ​ຈຸດປະສົງ​ດ້ານ​ການ​ເມືອງ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 8/5,  ຫນັງສືພິມດັ່ງກ່າວ​ກໍ​ໄດ້​ລົງ​ພິມ​ບົດວິຈານຂອງ​ນັກຮຽນ​ຮູ້ Malcolm Cook, ອະດີດ​ຜູ້ອຳນວຍການ​ໂຄງການ​ອາຊີ​ຕາ​ເວັນ​ອອກ​ຂອງ​ສະ​ຖາບ​ັນ Lowy ຢືນຢັນ​ວ່າ​: ການ​ກະທຳ​ຂອງ​ຈີນ ​ແມ່ນ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ ​ແລະ ​ເນື້ອ​​ໃນ​ຂອງ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ (DOC) ຊື່​ງຈີນ ​ໄດ້​ລົງ​ນາມ​ກັບ ອາ​ຊຽນ ປີ 2002.

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ